ຝາກຜົນງານຫຼ້າສຸດ ເຈັບຫົວເຫຼືອເກີນ ເພາະທັງແຕ້ມຮູບ + retouch + ຕັດຕໍ່ວິດີໂອ ອຸດຕະຫຼຸດ. ແຕ່ຜົນສຸດທ້າຍອອກມາຖືວ່າພໍໃຈ ແລະ ໃກ້ຄຽງກັບຮູບທີ່ເຫັນໃນຫົວຫຼາຍ. ໂຄດມັນມືຕອນແຕ້ມຟ້າ ຮະຮະ ຈ້ຳມົ້ວໆໄປໝົດ ໄຄແຕ່ເບິ່ງນຳ ref. ອັນນີ້ເຮັດໄວ້ໂປຣເຈັກຍາວໆ ເທື່ອມີເວລາວ່າງເຮັດເກມອີ່ຫຼີ. ຕິຊົມໄດ້ເດີ້
Defago ໂຄດແຈ່ມເລີຍ ເອົາໄປເຮັດເປັນ animation ນິໂຄດຄັກເລີຍ
yui_mikami ວາງແຜນໄວ້ວ່າມີເວລາຈະເຮັດເກມ ຮະຮະ ອີກຈັກ 10 ປີກ່ອນ
ງາມຫຼາຍ
ຮູ້ຈັກກັບ @Defago ມາສິບກວ່າປີແລ້ວ ຝີມືແຕ່ລະງານບໍ່ເຄີຍເຮັດໃຫ້ຜິດຫວັງເລີຍ.
ສຸດອີ່ຫລີ ມັນເຄື່ອນໄຫວລ່ະຮູ້ສຶກມັນມີຊີວິດອີ່ຫລີ
ຄັກສຸດ ຢາກຈະຮຽນແຕ້ມເບິ່ງຈັກບາດ