ເລີ້ມຕົ້ນຈາກ Gamer ->IT Support->Owner Game Cafe->ເຄ້ງຄວ້າງຫາໂຕຕົນ->ຂາຍຕົງ->Sale Manager->Sale Engineer->ປະຈຸບັນລາອອກ ຍັງບໍ່ມີວຽກເປັນຊິ້ນເປັນອັນ ແຕ່ເຮັດທຸກຢ່າງ ກຳລັງສືກສາຫລາຍໆດ້ານ ສົນໃຈຕອນນີ້ກະເຮັດເລື້ອງອອກແບບໂຄສະນາ ອອກແບບ3D ແຕ່ງເພງ ຕັດຕໍ່ວິດີໂອ ເຮັດໄລສົດເຮັດຄລິບປະມານນັ້ນ ລວມທັງສືກສາເລື້ອງການຫາເງີນວິທີຕ່າງໆ ການສ້າງລາຍໄດ້
ຢາກບອກວ່າຊີວິດບໍ່ມີຫຍັງແນ່ນອນ ມີຂື້ນມີລົງ ມີໄດ້ມີເສຍ ມີຫລາຍໆເລື້ອງທີ່ຢາກເຮັດແຕ່ຍັງເຮັດບໍ່ໄດ້ ມີຫລາຍເລື້ອງທີ່ບໍ່ຢາກຈະເຮັດແຕ່ເປັນສິ່ງທີ່ຈຳເປັນຕ້ອງເຮັດ ບໍ່ມີຫຍັງທີ່ດີພໍ ບໍ່ມີຫຍັງທີ່ພໍດີ ບໍ່ມີຫຍັງໄດ້ມາງ່າຍໆ ບໍ່ມີຫຍັງທີ່ບໍ່ໄດ້ລົງທືນ ຢາກເຮັດຫຍັງໃຫ້ລົງມືເຮັດແລະຕັ້ງໃຈ
ຢ່າຫຍຸດຮຽນຮູ້ ຢ່າຫຍຸດພັດທະນາໂຕເອງ ຢ່າຢູ່ລ້າຫາແນວເຮັດ ຢ່າຫຍຸດຄິດ ສຸດທ້າຍ ຍ່າລືມກິນເຂົ້າກິນນ້ຳ ແລະຫາຍໃຈ
ອີ່ຫຍັງທີ່ມັນຫລາຍເກີນໄປກະບໍ່ດີຕໍ່ສຸຂະພາບ ກະລຸນາຮັກໂຕເອງ