ຢາກຮູ້ນ່າາາ ວ່າເຈົ້າຂອງໂພສນີ້ຜູ້ຍິງຫຼືຊາຍ 😄 ?
ອືມ...ວ່າດ້ວຍເລື່ອງນອນ ມະນຸດແມ່ຂໍເລົ່າ ສະໄໝທີ່ຍັງໂສດຍັງສາວຍັງຄິດວ່າໂຕເອງມີເວລາຫຼາຍກໍ່ນອນແບບໃດກໍ່ໄດ້ລະ ບໍ່ສົນດອກວ່າຈະພໍບໍ່ພໍ, ເສຍສຸຂະພາບ ຫຼື ບໍ່, ຫຼື ໄດ້ວຽກບໍ່ໄດ້ວຽກ ແຕ່ເຈົ້າເອີຍຍຍຍ ພໍ່ແຕ່ເບັ່ງລູກອອກມາ ນັບແຕ່ມື້ທຳອິດທີ່ເປັນແມ່ແບບເຕັມໂຕ ບອກລາການນອນຍາວໄປໄດ້ເລີຍ 😑 ຄິດກັບໄປຕອນສະໄໝມີເວລານອນແລ້ວບໍ່ນອນຫັ້ນນ່າາາາ ເຫຼືອໃຈຈະຍ້ອນເວລາກັບໄປແລ້ວຂໍນອນຄືນໃຫ້ເຕັມອີ່ມກໍ່ບໍ່ໄດ້ແລ້ວ
ຖ້າທ່ານຊາຍອ່ານຢູ່ ແລ້ວຄິດວ່າບໍ່ກ່ຽວກັບຂ້ອຍ ດອກ ກໍ່ຢສກຈະບອກວ່ານອນໄວ້ເທີນນນ ມີລູກມາທ່ານກໍ່ຈະບໍ່ໄດ້ນອນຄືກັນ ເພາະຈະຖືກເມຍໄລ່ໃຫ້ເບິ່ງລູກຊ່ວຍ 😛