ມັນມີຢາອັນນີ້ ຂ້ອຍຊື້ມາແຕ່ອົດສະຕາລີ. ອາດຈະລອງສັ່ງອອນລາຍເບິ່ງ ມີຫຼາຍຍີ່ຫໍ້ ຫຼາຍລາຄາ

ເປັນສານສະກັດຈາກດອກ chamomile ທີ່ຊ່ວຍລະງັບປະສາດ ບໍ່ໃຫ້ສະໝອງຟຸ້ງຊ້ານກ່ອນນອນ.
ກິນແລ້ວໄດ້ຜົນຢູ່ປະມານ 80%, ຍົກເວັ້ນບາງມື້ກິນໄປກໍບໍ່ຫຼັບ ຮະຮະ.
ໂຕນີ້ບໍ່ມີຜົນຂ້າງຄຽງຫຍັງ ເພາະເປັນສ່ວນປະກອບທຳມະຊາດຊື່ໆ ບໍ່ມີຢານອນຫຼັບ, ກິນດົນໆ ກິນທຸກມື້ໄດ້.
ຫາກມີບັນຫາເປັນເວລາດົນ ອັນຕະລາຍຕໍ່ສຸຂະພາບຈິດ. ແນະນຳໃຫ້ໄປຫາໝໍ ໃຫ້ເຂົາຈັດຢານອນຫຼັບໃຫ້.
ກິນຈັກອາທິດນຶ່ງ ຈົນຮູ້ວ່າຕົນເອງສົດຊື່ນຄືນ ແລ້ວຄ່ອຍລອງນອນປົກກະຕິ.
ແຕ່ຢານອນຫຼັບກິນຫຼາຍກໍບໍ່ດີ ດື້ຢານອນຫຼັບມາເຈັບຫົວອີກ ສະນັ້ນຄວນກິນຫາກຕ້ອງກິນອີ່ຫລີ.