ຕ້ອງເບິ່ງເງື່ອນໄຂຂອງໂຕເອງ ເຊັ່ນວ່າມີຄວາມສາມາດມີເວລາແບ່ງງານກັນເຮັດແບບໃດແດ່ ທີ່ສຳຄັນມີເພື່ອນຮ່ວມຫ້ອງທີ່ເປັນທາງເລືອກແບບໃດ ບາງທີ່ຄົນເກັ່ງ ຄົນຊ່ວຍວຽກໄດ້ດີ ຫຼື ແນວຄິດກົງກັນອາດເຂົ້າກຸ່ມອື່ນໄປແລ້ວບໍ່?
ໃຜກໍ່ຄົງຍາກໄດ້ຄົນທີ່ຊ່ວຍວຽກໄດ້ ແບ່ງເບົາພາລະ ແລະ ເຮັດວຽກລົງໂຕກັນ ບໍ່ແມ່ນເອົາມາຖົກຖຽງກັນ ຫຼື ວ່າເຮັດບົດນຳກັນດົນໆໄປແລ້ວຜິດໃຈກັນ ແຕກຫັກກັນ ກໍ່ບໍ່ຢາກໃຫ້ເກີດ.
ປະສົບການຕອນຮຽນ ປຕ ຄືຍ້ອນເຮົາເປັນລຸ້ນເອື້ອຍ (ເຖົ້າກວ່າ) ກໍ່ຈະເຮັດໜັກກວ່າຄົນອື່ນ ໃນໜ້າວຽກຈິງມີການມອບໝາຍໜ້າທີ່ກັນຢູ່ ແຕ່ຫາກສະມາຊິກຜູ້ໃດບໍ່ສາມາດເຮັດອອກມາໄດ້ຕາມຄາດ ເຮົາກໍ່ອາດຕ້ອງມານຳແກ້ນຳແປງໃນສ່ວນທີ່ບໍ່ແມ່ນວຽກເຮົາ ແລ້ວຮູ້ພ້ອມທີ່ຈະສ່ຽງເມື່ອຍແບບນັ່ນບໍ່.