ສຳລັບເຮົາຕັ້ງແຕ່ເຂົ້າສູ່ໄວການເຮັດວຽກມານອກຈາກເລື່ອງເຕັກນິກທີ່ຕົນເອງໃຫ້ຄວາມສຳຄັນແລ້ວ. ອີກເລື່ອງໜື່ງບໍ່ແພ້ກັນກໍຄືເລື່ອງວິໄນໃນການຈັດການ ແລະ ບໍລິຫານເລື່ອງການເງິນ. ບໍ່ວ່າທ່ານຈະມີລາຍຮັບຫຼາຍສຳໃດ? ຖ້າບໍລິຫານລາຍຈ່າຍໃນແຕ່ລະເດືອນ ຫຼື ແມ້ແຕ່ໃນແຕ່ລະວັນບໍ່ໄດ້. ກໍເປັນການຍາກທີ່ທ່ານຈະບັນລຸເປົ້າໝາຍທາງການເງິນຂອງທ່ານໄດ້.
ເປົ້າໝາຍໃນທີ່ນີ້ສຳລັບແຕ່ລະຄົນກໍອາດຈະແຕກຕ່າງກັນໄປ. ບໍ່ມີອັນໃດຖືກ ຫຼື ອັນໃດຜິດ.
ສົມມຸດວ່າທ້າວ ກ ມີເປົ້າໝາຍວ່າໃນປີນີ້ຈະໄປທ່ຽວຕ່າງປະເທດໃຫ້ໄດ້. ທ້າວ ກ ນອກຈາກຈະວາງແຜນເລື່ອງການໄປທ່ຽວຂອງລາວແລ້ວ. ລາວຍັງມາຄຳນວນເງິນເກັບໃນແຕ່ລະເດືອນ ທີ່ເປັນເງິນເຢັນ(ເງິນທີ່ບໍ່ກະທົບກັບການໃຊ້ຈ່າຍໃນຊີວິດປະຈຳວັນ) ຮອດກຳນົດການໄປທ່ຽວມາ ທ້າວ ກ ກໍບັນລຸເປົ້າໝາຍໃນການເກັບເງິນໄປທ່ຽວຂອງລາວ ພ້ອມກັບເງິນສ່ວນເກີນທີ່ລາວມີວິໄນເຮັດໄດ້ ແລະ ບໍ່ກະທົບຊິວິດການເປັນຢູ່ລາວ
ທ້າວ ຂ ໃຊ້ຊີວິດແບບບໍ່ມີເປົ້າໝາຍ ແລະ ການບໍລິຫານດ້ານການເງິນ. ທ້າວ ຂ ໃຊ້ຊີວິດແບບເດືອນຕຳເດືອນ. ທຸກໆເດືອນ ມື້ທີ່ເງິນເດືອນອອກຈະເປັນມື້ທີ່ລາວມີຄວາມສຸກທີ່ສຸດ. ຊີວິດຂອງທ້າວ ຂ ເຕັມໄປດ້ວຍຄວາມສຸກໃນແຕ່ລະ 2 ອາທິດ ຕົ້ນເດືອນ.
ທັງສອງກໍລະນີທີ່ເລົ່າມານີ້ ເຊື່ອບໍ່ວ່າ ທ້າວ. ກ ມີລາຍຮັບພຽງແຕ່ 2 ລ້ານກີບ/ເດືອນ, ທ້າວ ຂ ມີລາຍຮັບຫຼາຍກວ່າ 7 ລ້ານກີບ/ເດືອນ
ແຕ່ດຽວກ່ອນ ຂ້ອຍບໍ່ໄດ້ຢາກມາຂາຍຝັນລົມໆແລ້ງໆຫຍັງ? ແລະ ບໍ່ໄດ້ມາບອກວ່າ ທ້າວ ກ ຫຼື ທ້າວ ຂ ດີ ຫຼື ບໍ່ດີ? ພຽງແຕ່ຢາກຈະໃຫ້ທຸກທ່ານຕະໜັກຮູ້ເຖິງວິໄນ ແລະ ການບໍລິຫານດ້ານການເງິນສ່ວນບຸກຄົນ ເພື່ອໂຕຂອງທ່ານ ແລະ ຄົນທີທ່ານຮັກ :p
ແລ້ວທ່ານເດ ວິໄນໃນການຈັດການເລື່ອງການເງິນສຳລັບທ່ານເປັນຈັ່ງໃດ?