ສະບາຍດີອ້າຍນ້ອງ laoX ທຸກຄົນ, ຂ້ອຍເປັນຄົນຫຼວງພະບາງ ຕອນນີ້ເຮັດວຽກແລ້ວ ແຕ່ວ່າຍັງເປັນໄວລຸ້ນຢູ່ເນາະ 555 ເຮັດວຽກມາໄດ້ໄລຍະຫນຶ່ງແລ້ວ ທາງບ່ອນເຮັດວຽກຈຶ່ງໃຫ້ໂອກາດສະມັກເພື່ອຮຽນຕໍ່ ແຕ່ເຫມືອນກັບຖືກເລກ 5 ໂຕ ເລີຍເຮັດໃຫ້ໄດ້ມາຮຽນຕໍ່ທີ່ ຊຽງໄຮ້ ມາຮອດປັດຈຸບັນນີ້ ກໍ່ເປັນເວລາປະມານ 1 ເດືອນ, ຈຸດປະສົງສະລຸບງ່າຍໆແມ່ນຮູ້ສຶກຄັນໆ ຢາກເລົ່າສິ່ງທີ່ພົບເຈີໃຫ້ອ້າຍນ້ອງໄດ້ອ່ານກັນ 😛 ບາງທີອາດເປັນປະໂຫຍດແກ່ຜູ້ທີ່ສົນໃຈ... ຂໍແບ່ງເປັນບົດຄວາມໄປລະກັນໂດຍໃສ່ຊື່ວ່າ “Shanghai 1st time”.

ເອົາລະເວົ້າຫຼາຍແລ້ວກະເລີ່ມຕົ້ນກັນທີ່ການອອກເດີນທາງເລີຍ ການຈະເຂົ້າຈີນໄດ້ຕ້ອງໄດ້ເຮັດວີຊ່ານຳກົງສູນຈີນກ່ອນ ບັງເອີນພາກເຫນືອກົງສູນຈີນຢູ່ຫລວງພະບາງພໍດີ ເລີຍສະບາຍໄປເປາະຫນຶ່ງ, ໃຊ້ເວລາ 3-5 ວັນ ລາຄາ 15$ ເປັນວີຊ່າເພື່ອໃຊ້ໄປຮຽນ ແຕ່ວີຊ່າທ່ອງທ່ອງຄິດວ່າບໍ່ຕ່າງຈາກລາຄານີ້ຫຼາຍ, ເດີນທາງຢູ່ຫຼວງພະບາງແມ່ນເລືອກເດີນທາງໄດ້ສອງແບບຄື: ທາງຍົນ ຫຼວງພະບາງ-ຄຸນມິງ-ຊຽງໄຮ້ (ສາຍການບິນຈີນ) ແລະ ຫຼວງພະບາງ-ບາງກອກ-ຊຽງໄຮ້ (ສາຍການບິນໄທ) ເຊິ່ງທັງສອງທາງມີມື້ລະຖ້ຽວ ທາງທີສອງແມ່ນນັ່ງລົດເມ ຫຼວງພະບາງ-ຄຸນມິງ ແລະ ຕໍ່ຍົນ ຄຸນມິງ-ຊຽງໄຮ້ (ທາງນີ້ປະຢັດເງິນກວ່າແຕ່ບໍ່ແນະນຳ), ຂ້ອຍເອງແມ່ນເລືອກເດີນທາງດ້ວຍຍົນພ້ອມກັບໝູ່ອີກຄົນໜຶ່ງ ໃນຖ້ຽວບິນນີ້ມີຄົນລາວໄປນຳກັນທັງໝົດ 5 ຄົນ ເຊິ່ງແຕ່ລະຄົນບໍ່ມີໃຜຮູ້ພາສາຈີນ ອອກຫຼວງພະບາງ ວັນທີ 9/9 ເວລາ 15:30 ໄປຮອດຄຸນມິງເວລາປະມານ 17:30 ພໍລົງຈາກຍົນປຸບຈະມີລົດເມມາຮັບເຂົ້າໄປອາຄານຂອງສະໜາມບິນ.


ສະພາບອາກາດເລີ່ມເຢັນຫຼາຍແລ້ວ ເພາະປະຈຸບັນນີ້ຢູ່ຄຸນມິງແມ່ນເຂົ້າໜາວແລ້ວ ພໍຂີ່ລົດເຂົ້າໄປຮອດອາຄານສະໜາມບິນ ຕາມທາງຈະມີປ້າຍເປັນພາສາຈີນ-ອັງກິດ ບອກທາງຢ່າງ ໄປຕາມທີ່ປ້າຍແນະນຳ ພໍໄປຮອດຕ້ອງໄດ້ເສຍເວລາຢູ່ດ່ານໜ້ອຍໜຶ່ງເພາະເຈົ້າຫນ້າທີ່ຈະເອີ້ນຄົນຕ່າງປະເທດແຍກອອກມາກວດຕ່າງຫາກ ເຊິ່ງຕ້ອງໄດ້ຜ່ານປະຕູກວດຄົນເຂົ້າເມືອງເພື່ອແຈ້ງ Passport ເຊິ່ງມັນຈະເປັນຮາວເຫຼັກກັ້ນທາງ ມີປະຕູເປີດຮຽງກັນຢູ່ ຫົກປະຕູ, ວິທີແມ່ນ ໃຫ້ແຕ່ລະຄົນໄປຢືນຕາມສັນຍາລັກເທິງພື້ນທີ່ເຂົາໝາຍໄວ້ຢູ່ໜ້າປະຕູ ໃຜຈະເຂົ້າຈີນໄດ້ບໍ່ໄດ້ກໍ່ຢູ່ບ່ອນນີ້ລະ ຄວາມຮູ້ສຶກຕອນຢືນສະແກນນີ້ລຸ້ນວ່າຈະຜ່ານບໍ່ຜ່ານ ໃຈສັ່ນຢູ່ເລີຍໃຫ້ໝູ່ໄປກ່ອນ ຮະຮະຮະ ແຕ່ບໍ່ມີບັນຫາຫຍັງ ຂ້ອຍກັບໝູ່ສາມາດຜ່ານໄດ້ສະບາຍໄຟຂຽວ ພໍມາຮອດຄົນລາວຜູ້ທີ່ 3 ຊ້ຳຜັດບໍ່ຜ່ານເບິ່ງສາວນັ້ນ ຊົງລາວຄືຈະຕົກໃຈ (“ເຮົາຄິດໃນໃຈ ຫຼື ລາວພົກເອົາສິ່ງຜິດກົດໝາຍມານຳ😅”) ເຈົ້າໜ້າທີ່ເລີຍໃຫ້ປ່ຽນໄປປະຕູໃຫມ່ລອງເບິ່ງ ພັດວ່າ ປະຕູທີ 2 ກະບໍ່ຜ່ານ ປະຕູທີ 3 ກະບໍ່ຜ່ານ ຕອນນີ້ເຈົ້າໜ້າທີ່ເລີຍພາຕົວລາວເຂົ້າໄປຫ້ອງການໜຶ່ງ ເບິ່ງທາງນອກຄືກັບຫ້ອງສືບສວນຂອງຕຳຫຼວດ ແລະ ພໍ່ໃຫຍ່ອີກຄົນໜຶ່ງເອີ້ນຖາມມາເປັນພາສາຈີນຍາວເຕີບ ”%&#*&@$%...” ຟັງບໍ່ເຂົ້າໃຈເລີຍ ບອກພໍ່ໃຫຍ່ນັ້ນໄປວ່າ “I don’t know speak English pls” ຊ້ຳພັດເວົ້າພາສາຈີນກັບມາອີກ ໂອຍ...ຕາຍຄັກໆຕອນນີ້ ຂ້ອຍຈະເຮັດແນວໃດດີຈະຊ່ວຍກະບໍ່ຮູ້ພາສາຈີນ ເລີຍຕອບກັບໄປວ່າ “ປູ້ຈື່ຕ້າວ!!!😆” ແລ້ວລາວກະຍ່າງໜີໄປຫ້ອງນັ້ນ, ພໍດີຕອນຢູ່ສະໜາມບິນມີຫຼຸ້ນອ້າຍທີ່ເຮັດວຽກນຳກັນເພິ່ນຮຽນຢູ່ຈີນ ມາຮັບ ເລີຍໃຫ້ເພິ່ນໄປເວົ້າຊ່ວຍ ຜ່ານໄປປະມານ ເຄິ່ງຊົ່ວໂມງ ກໍ່ເຫັນປ່ອຍຕົວອອກມາ ສືບຄວາມມາໄດ້ວ່າ ລາວເປັນໄຂ້ໄດ້ສອງມື້ແລ້ວ ອຸນຫະພູມຮ່າງກາຍລາວຮ້ອນເກີນເລີຍຜ່ານບໍ່ໄດ້ ບ່ອນນີ້ເຂົາເຈົ້າຈະເຄັ່ງຫຼາຍ ມີເຄື່ອງວັດອຸນຫະພູມຂອງຮ່າງກາຍ ຖ່າຍຮູບໜ້າຕາ ຖ້າໃຜເປັນໄຂ້ໄປ ເຂົ້າເມືອງບໍ່ໄດ້ເລີຍລະ ຮະຮະຮະ ເພາະລະບົບມັນບໍ່ເປີດທາງໃຫ້ຜ່ານ ຫຼັງຈາກນັ້ນຈະໄດ້ແຈ້ງໃບຂາເຂົ້າ ເກັບລາຍນິ້ວມື ແນະນຳໃຫ້ເຮັດຕາມແຕ່ລະເຄື່ອງບອກເພາະມັນຈະມີທັງພາສາອັງກິດ ແລະ ລາວ(ສຽງວຽງຈັນ) ບອກວິທີ ເພາະຖ້າເຮັດຕາມເຈົ້າຫນ້າທີ່ບອກຈະແຮງງົງກວ່າເດີມ😅! ອໍ.. ຕອນຢູ່ເຄື່ອງຍົນໃຫ້ຈະລົງຢ່າລືມຂຽນໃບຂາເຂົ້າແດ່ ເອົາໄດ້ນຳສາວແອເທິງຍົນເລີຍ ເພາະມາຂຽນຕອນລົງຍົນຈະເສຍເວລາເປັນ ຊມ ເພາະຄົນຫລາຍ.
ຫຼັງຈາກເຮັດຕາມຂັ້ນຕອນແລ້ວໆ ຕ້ອງຖ້າປ່ຽນຖ້ຽວບິນ 2 ຊມ ເວລາເທົ່ານີ້ຄິດວ່າຫຼາຍແຕ່ບໍ່ແມ່ນຢ່າງທີ່ຄິດ ຄົນຈີນເດີນທາງຫຼາຍພິລຶກຕ່າງຈາກຫຼວງພະບາງລິບລັບ ຕໍ່ແຖວຖ້າແຈ້ງປີ້ກັບດ່ານກວດຍາວເປັນສິບໆແມັດ ກວ່າຈະແລ້ວຂະບວນການກະຮອດເວລາຍົນຂຶ້ນພໍດີ ເວລາຢູ່ຈີນຈະໄວກວ່າລາວ 1 ຊມ ໂທລະສັບສະມາດພອນ ປະຈຸບັນມັນມີລະບົບອັບເດດເວລາໃຫ້ອັດຕະໂນມັດແລ້ວບໍ່ຖ້າຢ້ານຫຼົງ, ອອກເດີນທາງຈາກ ຄຸນມິງປະມານ 20:00 ກະຫຼັບຍາວຈົນຮອດຊຽງໄຮ້ ສະໜາມບິນ fengqian ປະມານ 23:30 ຢູ່ຊຽງໄຮ້ມີສະໜາມບິນສອງບ່ອນ ຄື: ສາໜາມບິນ fengqian ແລະ ສະໜາມບິນ pudong, ອອກຈາກສະຫນາມບິນມາຢືນງົງປານໄກ່ຕາແຕກບໍ່ຮູ້ທາງໄປ ທາງດຽວທີ່ຮູ້ກໍ່ຄືຕ້ອງໄດ້ຕໍ່ແທັກຊີລູກດຽວເພາະມາຮອດເດິກສະຖານນີລົດໄຟເລີຍປິດ ຫຼັງຈາກເອີ້ນແທັກຊີໄດ້ກໍ່ຂຶ້ນລົດມາຮອດ ມະຫາໄລທີ່ເຮົາຮຽນຢູ່ ໃຊ້ເວລາປະມານ 1 ຊມ,ໃຜເດີນທາງຮອດເຊົ້າແນະນຳໃຫ້ໂຫລດແອັບຊື່ Shanghai metro ເລີຍເດີນທາງດ້ວຍລົດໄຟໃຕ້ດິນ ເຮັດບັດໄດ້ທີ່ສະຖານນີລົດໄຟທຸກແຫ່ງ ຖືກກວ່າຫລາຍຈ່າຍສູງສຸດບໍ່ເກີນ 8 ¥ ສຳລັບຂັ້ນຕອນຈະແນະນຳໃນ ບົດຄວາມຫນ້າຖ້າມີຄົນສົນໃຈ ແຕ່ໃຜທີ່ໄປຮອດເຊົ້າຕ້ອງໄດ້ຂຶ້ນລົດໄຟໃຫ້ທັນ ຕອນເຊົ້າຄົນຈີນເດີນທາງໄປເຮັດວຽກ ຍາດກັນຂຶ້ນລົງຈົນບໍ່ທັນພຸ້ນລະ ແນະນຳໃຫ້ເລືອກຂຶ້ນປະຕູຫົວສຸດ ຫຼື ທ້າຍສຸດຄົນຈະບໍ່ຫຼາຍ ໃຜທີ່ມາຮອດສະຖານນີລົດໄຟແລ້ວກະຖືວ່າລອດຕາຍແລ້ວລະ ໄປໄດ້ທົ່ວໃຈກາງເມືອງ ທັງທີ່ພັກ ສະຖານນີລົດເມ ແຫລ່ງຊັອບ… ລືມບອກໄປແຜນທີ່ນີ້ສຳຄັນຫລາຍ ແນະນຳໃຊ້ ແຜນທີ່ iMap ຂອງໄອພອນ ຫລື ໃຜໃຊ້ ແອນດຣອຍກໍ່ໃຊ້ map baidu ຫລື ຢູ່ແອບ Shanghai metro ກະໄດ້ ເພາະຂອງກູໂກໃຊ້ບໍ່ໄດ້, ຕອນແລກຄິດວ່າຄ່າເດີນທາງຕ້ອງແພງແບບຫູດັບຕັບໄຫມ້ ແຕ່ເວລາໄປບໍ່ໄດ້ແພງຢ່າງທີ່ຄິດ ແນະນຳໃຫ້ຈອງຜ່ານແອັບຈີນເລີຍມີຫຼາຍແອັບຢູ່ ຂ້ອຍຈອງຜ່ານ feizhu ບາງມື້ຖືກ 900¥-1000¥, ຖ້າມັກຖືກແທ້ໆ ຈອງແອເອເຊຍໂລດຊ່ວງຫຼຸດລາຄາ 600¥ ກໍ່ມີ ແຕ່ຕ້ອງຈອງກ່ອນ 3ອາທິດ ແລະ ບໍ່ບວກນ້ຳໜັກກະເປົາ 20ໂລ ຕາມສະໄຕທ໌ ແອເອເຊຍ.
ບົດຄວາມນີ້ເອົາເທົ່ານີ້ກ່ອນ ໄວ້ມາຕໍ່ອີກ EP.2