ຮ້ານນ້ອຍໆ ອົບອຸ່ນ, ອອກແບບງາມໆ ເໝາະກັບການໄປນັ່ງຫຼິ້ນ. ນັ່ງເຮັດວຽກ 2-3 ຊົ່ວໂມງ, ມີປັກໄຟດ້ານໃນ.
ເໝາະສຳລັບໄປດື່ມ, ກິນເຄັກ, ດື່ມເບຍ ນັ່ງຫຼິ້ນ. ບໍ່ມີອາຫານ. ເໝາະສຳລັບກຸ່ມຄົນບໍ່ເກີນ 6 ຄົນ.
ຄະແນນໃຫ້ 8/10
ອອກແບບງານດີ ການຈັດຝາ, ວັດສະດຸ ແມ່ນຖືວ່າໄດ້ເລື່ອງ ມີເກຣດດີ ແຕ່ບໍ່ເໝາະຫາກຜູ່ທີ່ມັກວິວ ມັກແສງ ເພາະທາງໃນຈະບໍ່ມີປ່ອງຢ້ຽມ ແຕ່ສາມາດນັ່ງຢູ່ບາໃກ້ເຄົາເຕີ້ໄດ້. ເຊິ່ງໄອເດຍຝາແກ້ວ ຈະມີບິກ Marker ໃຫ້ຂຽນນັ້ນນີ້ ລະເລງຕາມຄວາມພໍໃຈຂອງຕົນໄດ້.
ວ່າສິແຕ້ມຮູບໃສ່ຢູ່ ແຕ່ມັນແອອັດ ຮະຮະ ເຕັມແຕ່ລາຍມືໝົດລະ.


ບາທາງໜ້າຮ້ານ. ໄວ້ນັ່ງເບິ່ງຄົນຍ່າງໄປມາກໍເພີນດີ ປັກໄຟຢູ່ກ້ອງໂຕະ. ຫາກສຸບປັກຫົວໃຫຍ່ໆອາດຈະຕົກ ຮະຮະ.


ຈຸດເດັ່ນຮ້ານນີ້ເຫັນຈະແມ່ນເມນູປັ່ນ ປັ່ນເຂັ້ມ, ມີຫຼາຍແນວ ແລະ ໂຊດາກໍມີໃຫ້ເລືອກຫຼາຍເມນູ. ກາເຟຖືວ່າໃຊ້ໄດ້.
ແຕ່ບໍ່ໄດ້ຊິມເມນູຮ້ອນ

ທາງໃນເປັນໂຊຟາ ນັ່ງສະບາຍດີ, ຕັ່ງນຸ້ມໆ, ມີໝອນໃຫ້ກອດຫຼິ້ນ. ເໝາະໄປນັ່ງໃຊ້ສະພາທິ ແລະ ເຮັດວຽກ ເພາະທາງໃນມີປັກໄຟໃຫ້.