ເຄີຍຄິດວ່າ ຄວາມຮັກສາມາດເອົາຊະນະທຸກຢ່າງໄດ້ ແລະໂລກນີ້ສິມີເຮົາແຕ່ສອງຄົນ ແຕ່ໃນຄວາມເປັນຈິງ ທັງສອງຄົນເຮົາມີຄວາມຝັນທີ່ຕ່າງກັນ ມີກຸ່ມໝູ່ທີ່ຕ່າງກັນ ມີວຽກທີ່ຕ່າງກັນ ມີສັງຄົມທີ່ຕ່າງ ກັນ ພວກເຮົາເຄີຍມັກໃນສິ່ງທີ່ຕ່າງຂອງພວກເຮົາ
ແຕ່ເມື່ອເວລາຜ່ານໄປ ຕ່າງຄົນກະຕ່າງໝົດຄວາມອົດທົນ ແລະຕ້ອງແຍກກັນໄປຕາມຄວາມຝັນຂອງໃຜມັນ
ຍັງຕິດຕໍ່ກັນ ແລະກະຍັງເຈັບທຸກຄັ້ງທີ່ລົມກັນ ແຕ່ມັນກະຊົງສິເຈັບກວ່າຖ້າຕ້ອງຝືນເຮັດໃນສິ່ງທີ່ບໍ່ແມ່ນໂຕຂອງເຮົາ