ເແາຕາມນັ້ນເລີຍ. ຢາກຮູ້ວ່າຜູ່ນຳທີ່ດີເປັນແນວໃດ, ເຮັດຫຍັງໃຫ້ເຈົ້າຮູ້ສຶກແນວໃດ, ແລະ ເຈົ້າໄດ້ຮຽນຮູ້ຫຍັງຈາກເຂົາເຈົ້າແນ່.
ໄປ!
ຄວາມຄິດເຫັນສ່ວນໂຕ: - ບໍ່ຈຳເປັນຕ້ອງເກັ່ງທຸກຢ່າງຂໍແຄ່ຮູ້ນຳເອົາຄວາມສາມາດຂອງລຸກນ້ອງແຕ່ລະຄົນມານຳໃຊ້ໃຫ້ເຕັມປະສິດທິພາບກໍພໍ - ລົງມືເຮັດຫລາຍກວ່າເວົ້າໃຫ້ເປັນລົມປາກ - ຮັບຟັງຫລາຍໆຄວາມຄິດເຫັນ - ບໍ່ຖືໂຕເປັນໃຫຍ່ ມີຄວາມເປັນກັນເອງ ແຕ່ໃນເວລາສຳຄັນກໍຮູ້ຫນ້າທີ່ຂອງຕົນເອງ - ເຊື່ອຫມັ້ນໃນລູກນ້ອງ ແລະ ຕັກເຕືອນເວລາມີຂໍ້ຜິດພາດ - ເປັນແບບຢ່າງໃຫ້ລູກນ້ອງເບິ່ງ ຢ່າເອົາແຕ່ບອກກັບສັ່ງ - ຫມັ່ນພັດທະນາຕົນເອງຢູ່ສະເໝີ ແລະ ຂໍໃຫ້ມີຄວາມກ້າທີ່ຈະສ່ຽງ
ຄືຄົນທີ່ເຂົ້າໃຈເຮົາໃນເວລາທີ່ບັນຫາເກີດຂື້ນ ຄົນທີ່ຕຳນິ ແຕ່ກໍຊ່ວຍຫາທາງອອກ ຈະເຮັດໃຫ້ເຮົາຮູ້ສຶກວ່າເຮົາເຮັດໄດ້ດີກວ່ານີ້ຖ້າເຮົາໃສ່ໃຈ ແລະ ພະຍາຍາມຫຼາຍພໍ ຮຽນຮູ້ການບອກສອນຄົນດ້ວຍວິທີ່ທີດີ (ເຂົ້າໃຈ ເປີດໃຈ) ...