ເປັນຄົນມັກກັບບ້ານເດິກແນ່ ທຸກມື້ກໍ່ມັກຈະປ່ຽນເສັ້ນທາງກັບບ້ານຕາມອາລົມ ແລະ ຄວາມຢາກຂອງທ້ອງ. ມື້ນີ້ກັບມາທາງປະຕູໄຊ - 150 ຕຽງ. ຂັບໄປໄລຍະຫນຶ່ງ...ອ້າວ!! ສີ່ແຍກນີ້ມີໄຟແດງແຕ່ຕອນໃດ🤔? ນີ້ມັນກໍເດິກແນ່ ກໍເລີຍບໍ່ມີລົດເລີຍ ຢູ່ດີໆກໍມີບັກຍົມມະທູດມາຊິມໃສ່ຫູວ່າ "ຜ່າໂລດ ບໍ່ມີລົດ ໄປໂລດນາ ເດິກປານນີ້ບໍ່ມີລົດສວນມາດອກ!" ຂ້ອຍກຳລັງສິຊິ້ງລົດຜ່າໄຟແດງແຕ່ກໍໂຊກດີມີພະອິນພະພົມເພິ່ນລົງມາທັນ: "ຢຸດກ່ອນ ເຈົ້າຈື່ບໍ່!! ຫລາຍໆມື້ຜ່ານມາທີ່ເຈົ້າຂີ່ລົດມາທາງນີ້ບໍ່ ເຈົ້າຕ້ອງໄດ້ຖ້າກາງແດດຮ້ອນທັງຝຸ່ນ ແລະ ຄວັນລົດທີ່ເຈົ້າສູດດົມເຂົ້າປອດ ເພື່ອຖ້າໃຫ້ເຈົ້າຫນ້າທີ່ເພິ່ນຄວັກມືບອກວ່າໄປໄດ້, ຕອນນັ້ນເຈົ້າກໍ່ຄິດວ່າເຈົ້າຢາກໃຫ້ມີການຕິດຕັ້ງໄຟແດງຢູ່ນີ້. ມື້ນີ້, ຕອນນີ້ເຈົ້າຢູ່ຕໍ່ຫນ້າໄຟແດງເຈົ້າຝັນໃຫ້ມີມາແຕ່ດົນ ເຈົ້າຊໍ້າພັດຄິດຢາກຜ່າ ພຽງເພາະບໍ່ຢາກຖ້າໄຟສີແດງທີ່ມັນຮຸ່ງບໍຮອດນາທີນິໃດ🤔?" ເອີເນາະ!! ແມ່ນຄວາມ...ໃນຄະນະທີ່ຕົວເລກສີແດງໆເຕັ້ນແມັບ 13, 12, 11,... ກໍ່ມີສຽງຂອງອ້າຍຄົນຫນຶ່ງເກີດຂຶ້ນໃນຫົວຂ້ອຍວ່າ: "ການເຮັດຄວາມດີບໍ່ຈຳເປັນຕ້ອງໃຫ້ຄົນອື່ນເຫັນ" 😄😍 ທັນໃດນັ້ນຂ້ອຍກໍ່ຕົກໃຈສຽງແກ(ເກກໆໆ...) 😱😱 ທີ່ດັງຢູ່ດ້ານຫລັງຂ້ອຍ. ຂ້ອຍອຸທານໃນໃຈ: "ເຫັນບໍ່ ການເຮັດຄວາມດີກໍ່ບໍ່ໄດ້ຫມາຍຄວາມວ່າຄົນບາງກຸ່ມຈະເຫັນດີນຳ....😡😥
ຄິດແນວໃດສະແດງຄວາມຄິດເຫັນໄດ້ເດີ້