ສະບາຍດີເລື່ອງທີ່ຂ້ອຍຈະເລົ່າຕໍ່ໄປນີ້ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ສະໝອງ-ສະຕິໃນການອ່ານດ້ວຍ
ຕັ້ງແຕ່ນ້ອຍຂ້ອຍມັກຝັນເລື່ອງແປກໆ ອາດຈະຝັນເລື່ອງເກົ່າປີລະເທື່ອຈົນຈື່ໄດ້ ສິ່ງທີ່ເຮັດໃຫ້ຂ້ອຍໝັ່ນໃຈກະຄື ເວລາທີ່ຂ້ອຍຝັັນວ່າຜູ້ນີ້ຈະຕາຍ ແລະ ແນ່ນອນປີຕໍ່ມາຄົນຜູ້ນັ້ນກະຕາຍອີຫຼີ, ຫຼື ບາງຄົນທີ່ຂ້ອຍຝັນວ່າຈະຕາຍອາດຈະຄ່ອຍໆບອກວ່າແມ່ນໃຜຄື ພີ່ນ້ອງຈະໄປຕ່າງແຂວງຍ້ອນມີຄົນເສຍ ເທື່ອທີສອງແມ່ນບໍ່ຈື່ ແລະ ເທື່ອສຸດທ້າຍຄືຂ້ອຍມາຢືນຢູ່ໜ້າໂລງສົບພ້ອມດ້ວຍຮູບພາບທີ່ບໍ່ຊັດເຈນ(ບາງຄົນຊັດເຈນຈົນສາມາດລະບຸໄດ້) ແລ້ວສາມເດືອນຕໍ່ມາຄົນຜູ້ນັ້ນກະຕາຍຕາມຄວາມຝັນຂ້ອຍ.
ເປັນຄົນທີ່ມັກັນຫາຄົນທີ່ຕາຍໄປແລ້ວມາໂອ້ລົມນຳຫຼືຢູ່ຂ້າງໆແບບມິດໆ ທີ່ຂ້ອຍເວົ້າມານີ້ບໍ່ແມ່ນເທື່ອລະຄົນ ແຕ່ແມ່ນຄົນທີ່ຂ້ອຍຝັນເຫັນວ່າຈະຕາຍມາຢູ່ລວມກັນໃນຄວາມຝັນຂອງຂ້ອຍນັ້ນເອງ.
ປັດຈຸບັນດົນໆອາດຈະຝັນຫາຄົນຕາຍ, ແຕ່ສິ່ງທີ່ມາແທນທີ່ຄື ເລື່ອງທີ່ເຄີຍຝັນຈະກາຍມາເປັນຄວາມຈິງທຸກຢ່າງ ຢ້ຳວ່າທຸກຢ່າງ ບໍ່ວ່າຈະເປັນການໄຂເຂົ້າໄປໃນບ້ານໃຜກະບໍ່ຮູ້ທີ່ເຮົາຍັງບໍ່ຄຸ້ນເຄີຍ, ສະຖານທີ່ທີ່ບໍ່ຮູ້ມານຳໃຜ ແລະ ອີກຫຼາຍໆບ່ອນທີ່ມັນໃຫ້ເຫັນພຽງເວລາສັ້ນໆເທົ່ານັ້ນ ແລະ ເມື່ອເວລາມາຮອດ ຄວາມຝັນເຫຼົ່ານັ້ນມັນເຮັດໃຫ້ຂ້ອຍຈື່ໄດ້ວ່າຂ້ອຍເຄີຍຝັນວ່າຂ້ອຍມາບ້ານຫຼັງນີ້, ທຸກມື້ນີ້ຂ້ອຍຍັງນັ່ງຄິດກັບໂຕເອງວ່ານັບມື້ນັບໃຫຍ່ຄວາມຝັນມັນເລີ່ມຈະບໍ່ແມ່ນຄວາມຝັນແລ້ວ, ຫຼື ວ່າເຮົາສາມາດເຫັນເຫດການໃນອະນາຄົດ, ເຫັນຄົນຈະເຖິງຄາດໃນເວລາບໍ່ເຖິງປີ. ສິ່ງທີ່ຂ້ອຍເລົ່າມາລ້ວນເປັນເລື່ອງແທ້ທີ່ເກີດຂຶ້ນໃນຄອບຄົວຂ້ອຍທຸກປະການ ທຸກຄົນຄິດວ່າແນວໃດ ກັບການທີ່ຂ້ອຍມັກຝັນໃນເລື່ອງຄວາມເປັນຄວາມຕາຍແບບນີ້.