ສັງຄົມມີຄວາມແຕກຕ່າງ 3 ລໍາດັບ ປຽບເປັນເສດສີ ມີຢູ່ 3 ສີ
ດຳ-ເທົາ-ຂາວ (ງ່າຍ-ປານກາງ-ຍາກ)
ທັງ 3 ສີ ແຕກອອກເປັນ 2 ລັກສະນະດັ່ງນີ້
ດຳເຂັ້ມ: ສ້າງຄວາມເສຍຫາຍທີ່ຮຸນແຮງຂຶ້ນ ຕໍ່ບຸກຄົນອື່ນ ຫລື ສ່ວນລວມ
ດຳຈາງ: ຍົກຕົວຢ່າງ ສໍ້ໂກງ, ສ້າງຄວາມເສຍຫາຍໂດຍຕັ້ງໃຈ ຕໍ່ບຸກຄົນອື່ນ ຫລື ສ່ວນລວມ
ເທົາເຂັ້ມ: ຍົກຕົວຢ່າງ ສາມັນຊົນຄົນທົ່ວໄປ, ແມ່ຄ້າຊາວຂາຍ
ເທົາຈາງ: ນັກທຸລະກິດທົ່ວໄປ, ຜູ່ນຳທົ່ວໄປ
ຂາວເຂັ້ມ: ຜູ່ສ້າງການປ່ຽນແປງແກ້ໄຂໃຫ້ກັບສັງຄົມ ຍົກຕົວຢ່າງ ຜູ່ຄົນທີ່ລິເລີ່ມສ້າງນະວັດຕະກຳໃຫມ່ໆອອກມາໃນໂລກນີ້ (ຜູ່ລິເລີ່ມທາງຄວາມຄິດ ສ້າງຄວາມແຕກຕ່າງ)
ຂາວຈາງ: ຜູ່ທີ່ເຂົ້າໃຈໂລກຫຼາຍເກີນໄປ ຍົກຕົວຢ່າງ ພຣະອໍລະຫັນ, ຜູ່ນຳທາງຄວາມຄິດ ນຳມາຊູ່ການແກ້ໄຂທີ່ດີຂຶ້ນ ກະທົບການປ່ຽນແປງຕໍ່ສັງຄົມໃນໂລກນີ້
ຄວາມສາມາດລະດັບງ່າຍທີ່ສຸດ ແມ່ນສີ "ດຳເຂັ້ມ"
ຄວາມສາມາດລະດັບຍາກທີ່ສຸດ ແມ່ນສີ "ຂາວຈາງ"
..........................................................
ດຳປະສົມເທົາ ກາຍເປັນ "ດຳເຂັ້ມ"
ດຳປະສົມຂາວ ກາຍເປັນ "ດຳຈາງ"
ເທົາປະສົມດຳ ກາຍເປັນ "ດຳເຂັ້ມ"
ເທົາປະສົມຂາວ ກາຍເປັນ "ເທົາຈາງ"
ຂາວປະສົມດຳ ກາຍເປັນ "ດຳຈ້າງ"
ຂາວປະສົມເທົາ ກາຍເປັນ "ເທົາຈາງ"
ຂາວປະສົມເທົາປະສົມດຳ ກາຍເປັນ "ເທົາເຂັ້ມ"
ຜົນລັບທີ່ໄດ້ຈາກການປະສົມສີ ໃນປະລິມານດຽວກັນມີດັ່ງນີ້:
ດຳ ກືນກິນ ເທົາ ແລະ ຂາວ
ເທົາ ຖືກດຳກືນກິນ
ຂາວ ຖືກ ດຳ ແລະ ເທົາ ກືນກິນ
"ດຳ" ເປັນສີທີ່ຮັກສາໄດ້ງ່າຍທີ່ສຸດ
"ເທົາ" ເປັນສີທີ່ຮັກສາໄດ້ງ່າຍຮອງຈາກດຳ
"ຂາວ" ເປັນສີທີ່ຮັກສາໄດ້ຍາກທີ່ສຸດ
ຂາວ ຢ່າຢຸດທີ່ຈະຮັກສາ ຕີຄວາມຫມາຍເປັນ ຢ່າຢຸດທີ່ຈະຮຽນຮູ້ ຄວາມຮູ້ຄືເກາະປ້ອງກັນ ເພື່ອຮັກສາຄົງສີເດີມໄວ້
ຫມາຍເຫດ: ເທົາ ກັບ ດຳ ຈະກາຍເປັນ ຂາວ ໄດ້ ຖ້າຖືກເພີ່ມຕື່ມດ້ວຍປະລິມານ ສີຂາວ ທີ່ຫລາຍກວ່າ ປຽບເປັນ "ການສ້າງຄວາມຮູ້, ຄວາມພາກພຽນມານະອົດທົນ" ຂອງຄົນ ຈົນຄ່າສີດັ່ງເດີມ ປ່ຽນໄປ
ຮູ້ລະດັບ 1 - ສີດຳເຂັ້ມ
ຮູ້ລະດັບ 2 - ສີດຳຈາງ
ຮູ້ລະດັບ 3 - ສີເທົາເຂັ້ມ
ຮູ້ລະດັບ 4 - ສີເທົາຈາງ
ຮູ້ລະດັບ 5 - ສີຂາວເຂັ້ມ
ຮູ້ລະດັບ 6 - ສີຂາວຈາງ
ຄວາມຄິດທີ່ແຕກສານຂອງ "ຄົນ"
..........................................................
ດຳປະສົມດຳ ກາຍເປັນ "ດຳ"
ເທົາປະສົມເທົາ ກາຍເປັນ "ເທົາ"
ຂາວປະສົມຂາວ ກາຍເປັນ "ຂາວ"
ສີທີ່ເຂົ້າກັນ ຕີຄວາມຫມາຍເປັນ ຄວາມຄິດທີ່ຕົງກັນ ຂອງ "ຄົນ"
..........................................................
ມະນຸດ ເລືອກທີ່ຈະເປັນສີໃດກໍໄດ້ ຕາມທີ່ຕ້ອງການປະສົງຈະເປັນ
"ຖ້າມັກງ່າຍກໍເລືອກສີດຳ, ຖ້າມັກປານກາງກໍເລືອກສີເທົາ, ຖ້າມັກຍາກກໍເລືອກສີຂາວ"
ນີ້ຄືນິຍາມຂອງຄວາມເປັນ "ຄົນ" ໂດຍປຽບທຽບຈາກການປະສົມສີ ໃຫ້ເຫັນພາບລວມ ທີ່ຊັດເຈນຂຶ້ນ ເຂົ້າໃຈສັງຄົມໄດ້ງ່າຍຂຶ້ນ
ສິ່ງສຳຄັນ ສີດຳ ແລະ ສີເທົາ ຖືກລະລາຍເມັດສີ ໃຫ້ກາຍເປັນ ສີຂາວໄດ້ ຈາກການປັອກລອັກຄວາມຄິດດ້ວຍ "ຄຸນນະທຳ, ຄວາມຮູ້, ຄວາມພາກພຽນມານະອົດທົນ"
"ຄວາມເກັງບໍ່ເຄີຍທຳຮ້າຍໃຜ ຄົນທີ່ທຳຮ້າຍຄົນອື່ນຄືຄົນຍັງບໍ່ເກັ່ງ"
ວົງຈອນກົນໄກໃນການສ້າງຄົນ
ສຳຄັນທີ່ສຸດ ບໍ່ມີຫຍັງຍາກເກີນໄປສຳລັບ "ຄົນ" ແລະ ບໍ່ມີຫຍັງ ສົມບູນເກີນໄປສຳລັບ "ໂລກ" ນີ້ 🧐
