ຂ້ອຍເຄີຍຢູ່ໃດ ຕອນນັ້ນຂ້ອຍຍັງບໍ່ຮູ້ຈັກລາວ ຮູ້ແຕ່ວ່າລາວຢູ່ບ້ານດຽວກັບຂ້ອຍ ແຕ່ຂ້ອຍມາຮຽນຢູ່ວຽງ.... ຂ້ອຍເລື່ອນເຟສໄປລະເຫັນຮູບທີ່ລາວເອົາລົງ ເປັນຮູບລາວຍິ້ມທຳມະດາໆແຕ່ຮູບໃບນັ້ນດຶງຄວາມສົນໃຈທັງໝົດຂອງຂ້ອຍໄປທີ່ລາວຈົນໝົດ, ຮູບໃບນັ້ນເຮັດໃຫ້ຂ້ອຍຍິ້ມຕາມແລະໜ້າແດງບໍ່ຢຸຸດຄືຄົນບ້ານິລະ ຂ້ອຍໜັກແຮງຈົນຂະໜາດເອົາຮູບລາວມາຕັ້ງເປັນຮູບໜ້າຈໍໂທລະສັບພຸ້ນນ່ະ ໃຜຖາມກະວ່າແຟນ55555 ຂ້ອຍກໍໃຊ້ວິທີຕາມ like ຕາມ commentລາວໃນເຟສ ໂຊກດີທີ່ລາວກໍສົນໃຈຂ້ອຍແດ່ເລີຍໄດ້ລົມກັນ ມັກກັນ ລະກະໄດ້ເປັນແຟນກັນ ແຕ່ຊ່ວງເວລາທີ່ຄົບກັນກໍໄດ້ພໍ້ກັນແຕ່ເທື່ອດຽວ ແລະຕອນນີ້ກໍເລີກກັນດົນແລ້ວ ຍ້ອນໄລຍະທາງນີ້ລະ 😌