ພໍດີວ່າກໍາລັງວາງແຜນໄປຫລິ້ນມາເລເຊຍ ໃນໄລຍະ 5ມື້4ຄືນ ແລ້ວກໍມີຫລາຍໆຄົນບອກມາວ່າຖ້າໄປຮອດນັ້ນແລ້ວເປັນຫຍັງບໍ່ໄປຫລິ້ນສິງກະໂປເລີຍ ຖ້າໃຜມີປະສົບການການໄປທ່ຽວລັກສະນະນີ້ຢາກມາເລົ່າສູ່ຟັງ ຫລື ແນະນໍາ ກໍຈະສະແດງຄວາມຂອບໃຈຢ່າງສູງ ອາດຈະມີຂອງຕິດໄມ້ຕິດມືຈາກການໄປທ່ຽວຄັ້ງນີ້ມາຕ້ອນນໍາ 😘
ຂອບໃຈລ່ວງຫນ້າ 😍😍
ປີ້ຍົນຈາກມາເລເຊຍໄປສິງກະໂປຖືກຫຼາຍ ຖືກຊ່ຳນັ່ງລົດ $15-30 ໄປທ່ຽວແລ້ວຈອງປີ້ໄປຕໍ່ໂລດ ບາດຈະກັບມາກໍເລືອກເອົາລະຫວ່າງຈະກັບຈາກສິງກະໂປເລີຍ ຫຼື ຈະກັບມາມາເລ.
ໃນໂພສບໍ່ຮູ້ວ່າຢາກໃຫ້ແນະນຳຫຍັງນອກຈາກເລື່ອງນີ້ ກໍເລີຍບໍ່ຮູ້ຈະແນະນຳຫຍັງຕື່ມ ຮະຮະ ມີຫຍັງຖາມຕື່ມເອົາເດີ້
ເຄີຍໄປປະມານນີ້ ແຕ່ໄປສິງກະໂປກ່ອນ ຈຶ່ງເຂົ້າມາເລ ຖ້າໄປຫຼິ້ນເມືອງຫຼວງໂກລາລຳເປີແລ້ວ ກະສາມາດຂີ່ລົດເມ ສອງຫາສາມ ຊົ່ວໂມງ ມາເມືອງມາລະກາ ເມືອງມໍລະດົກໂລກ ເມືອງໜ້າຮັກດີ ລະກະໄປດ່ານຂາອອກ ເພື່ອໄປສິງກະໂປໄດ້ ຮອດດ່ານ ຂີ່ລົດເມປະຈຳທາງ ອອກມາແປບດຽວມາຂື້ນລົດໄຟ MRT ເຂົ້າໃນເມືອງໄດ້ເລີຍ ຫຼື ຖ້າບໍ່ສະດວກ ກະຂີ່ລົດເມຕົງໄປດ່ານເລີຍກະໄດ້ ທາງດີ ລົດເມສະອາດ ປອດໄພດີ ໃຊ້ເວລາປະມານ ສີ່ຫ້າຊົ່ວໂມງນິແຫຼະ
ເຄີຍຈັດທົວໃຫ້ ເອື້ອຍໄປວ່າງເດືອນແລ້ວນີ້
ຊື້ປີ້ຍົນຢູ່ລາວໄປມາເລ ແລ້ວກໍເລາະມາເລ ຊື້ມາເລໄປ ສິງກະໂປ ແລ້ວກໍຊື້ສິງກະໂປກັບມາລາວເລີຍ
ປະມານນນີ້