ສຳລັບຂ້ອຍ ຟັງ l-zone ຕອນຢູ່ ມ.2 ແລະ ມັກມາແຕ່ຕອນນັ້ນຍ້ອນນັກຮ້ອງຜູ້ຍິງງາມ ແລະ ເພັງກໍ່ສ້າງສັນດີ ເປັນຄົນມັກ rap ແລະ hiphop
ກໍ່ເລີຍມັກແຕ່ຕອນນັ້ນ ບໍ່ສະເພາະຂ້ອຍໝູ່ຂ້ອຍກໍ່ມັກຖືວ່າໂດງດັງເລີຍຫລ່ະ ສະໄໝນັ້ນແມ່ນເພັງກິ້ກນ້ອຍໃຈ ໃຜຮ້ອງບໍ່ໄດ້ ເຕັ້ນບໍ່ໄດ້ໂຄດເຊີຍ!!! ດຽວນິກໍ່ຍັງຟັງຢຸ່ youtube ຫະຫະຫະຫະ ຟັງແລ້ວຄິດເຫັນຕອນໂທໄປຂໍ້ເພັງຢູ່ໂທລະພາບ ໂຄດອາຍ ຫະຫະຫະ ແຕ່ກໍ່ຍັງງົງໆວ່າ ແຍກວົງກັນໄປຕອນໃດ ໂຄດໜ້າເສຍດາຍ
ເພັງລາວຍຸກໄຫມ່ອອກແນວສາກົນເກີນໄປໂພດ ຂາດສະເໜແຕ່ລະເພັງອອກມາມີແຕ່ກ່ຽວກັບຄວາມຮັກ ຮັກ ຮັກ ໂຄດໜ້າເບື່ອ ຊີວິດມັນບໍ່ມີແຕ່ຄວາມຮັກເວີຍ!!!!. ກໍ່ຈົມໄປຊັນຫລ່ະ ຖ້າວົງ L-zone ກັບມາຮວມໂຕເປີດຄອນເສີດນ້ອຍໆນິ ໄປເລີຍ!! ຫະຫະຫະ ໃຜເປັນ FC ວົງນີ້ແດ່ Comment ມາເລີຍ