ບົດຄວາມຕໍ່ໄປນີ້ ບໍ່ມີເຈດຕະນາສ້າງຄວາມແຕກແຍກ ແຕ່ຈຸດປະສົງຈະຂຽນໃຫ້ເຫັນອີກມຸມມອງຫນຶ່ງ ກ່ຽວກັບພາບລວມ ເສດຖະກິດ-ສັງຄົມ ພາຍໃນປະເທດຂອງເຮົາ
ເປັນຫຍັງໃນຄວາມຄິດຂອງສັງຄົມກຸ່ມໃຫຍ່ ຈຶ່ງມັກຄິດວ່າ ການສ້າງສິ່ງໃດສິ່ງໜຶ່ງຂຶ້ນມາ ແມ່ນການ "ຮຽນແບບໄທ" ບໍ່ວ່າຈະເປັນວົງການບັນເທີງ, ສິນຄ້າ, ການແຕ່ງກາຍ, ພາສາປາກເວົ້າ ແລະ ອື່ນໆ...
ມັນເກີດຫຍັງຂຶ້ນ?
ປະເດັນທີ່ຢາກສື່ ບໍ່ແມ່ນປະເດັນທີ່ເຂົ້າເຖິງເລື່ອງການ "ຮຽນແບບ, ຊື້ແບບ, ການແລ່ນນຳຄ່ານິຍົມຂອງໂລກ ຈາກແມ່ແບບຕົ້ນກຳເນີດ ທີ່ເກີດຈາກປະເທດໃດ ປະເທດຫນຶ່ງ ເພາະມັນເປັນເລື່ອງທຳມະດາໃນຍຸກນີ້ໄປແລ້ວ"
ສະຫລຸບປະເດັນທີ່ຍາກສື່ຄື "ປະເທດໄທມີອິດທິພົນສູງຕໍ່ປະເທດຂອງເຮົາຫຼາຍ ຂໍໃຊ້ຄຳວ່າ ຫລາຍມະຫາສານແຮງກ້າຂຶ້ນເລື້ອຍໆ" ຈາກຜົນລັບທີ່ຈັບຕ້ອງໄດ້ໃນປັດຈຸບັນ
ແລະ ອິດທິພົນນີ້ ສາມາດໃຊ້ສ້າງຜົນປະໂຫຍດ ຕໍ່ສັງຄົມລາວ, ສິ່ງແວດລ້ອມລາວ, ວັດທະນະທຳລາວ, ເສດຖະກິດລາວໄດ້ອີກດ້ວຍ
ພິມໃຫ້ເຂົ້າໃຈງ່າຍໆຄື "ກືນກິນຈົນສາມາດປ່ຽນແປງສິ່ງແວດລ້ອມໃນບ້ານເຮົາເກືອບທັງໝົດຢ່າງຊັດເຈນ ເຫັນໄດ້ຊັດ"
ຂ້າພະເຈົ້າຍອມຮັບໃນຄຸນນະພາບຂອງປະເທດໄທທີ່ສົ່ງຜົນຕໍ່ສັງຄົມຂອງເຮົາ ມີຂໍ້ດີຫຼາຍຢ່າງ ແຕ່ຂໍ້ດີນັ້ນແຝງມາດ້ວຍ "ຄ່າທີ່ຕ້ອງຈ່າຍ"
"ອີຫຍັງຫຼາຍໄປ ເກີນໄປກໍບໍ່ດີ ອິດທິພົນແຊງໜ້າເສດຖະກິດ ສ່ວນທາງການເປັນຢູ່ ວິຖີຊີວິດ ແລະ ວັດທະນະທຳ"
ມັນອາດເປັນເລື່ອງທຳມະດາສຳລັບຫລາຍໆທ່ານ ແຕ່ມັນບໍ່ແມ່ນເລື່ອງທຳມະດາເລີຍສຳລັບຂ້າພະເຈົ້າ
ພະຍາຍາມຄິດບວກແລ້ວ ແຕ່ໂລກາພິວັດລະອຽດອ່ອນຫຼາຍ ຈົນຄິດບວກໄດ້ຍາກ ມີ ທັງເສຍ ທັງດີ ປົນເປກັນໄປ
ຍຸກນີ້ການແຂ່ງຂັນ "ສ້າງອິດທິພົນ" ແຕກຕ່າງຈາກຍຸກກ່ອນຫຼາຍ ແຕກຕ່າງຈົນໃຈ້ແຍກ ຖືກ-ຜິດ ດີ-ຊົ່ວ ໄດ້ຍາກ
ສະນັ້ນຢາກໃຫ້ສັງຄົມບ້ານເຮົາຊ່ວຍກັນ ສຶກສາໂລກາພິວັດຢ່າງລະອຽດອີກຄັ້ງ ຄິດເພື່ອພັດທະນາຊາດພັດທະນາຕົນ ສ້າງທິດທາງທີ່ໝັ້ນຄົງ ດັ່ງສະໂລແກນທີ່ວ່າ "ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ" ສະໂລແກນນີ້ໄດ້ຍິນແຕ່ຕອນຍັງນ້ອຍ ກັບມານຳໃຊ້ໃຫ້ເກີດຜົນສູງສຸດໃນຕອນໃຫຍ່ຄືຊິດີ
ຄວາມຝັນຂອງຂ້າພະເຈົ້າ ຄືການໄປກິນເຝີ ແລ້ວເຫັນສະອິ້ວ, ນໍ້າປາ, ນໍ້າຕານ, ໄມ້ຄີບທູ່ ເມດອິນລາວ ວ່າງຢູ່ໜ້າໂຕະອາຫານ ຂ້າມໄປຝັ່ງໄທ ເຫັນຊິດຊູ້ ເມດອິນລາວ ໃນຫ້ອງນໍ້າ 😂
ຄັນສິວ່າ ເລື່ອງຄຸນນະພາບ, ລາວບໍ່ສົງເສີມລາວ, ຂາດຜູ່ຜະລິດ, ຕະຫຼາດບໍ່ພ້ອມທີ່ຈະລົງທຶນ ທຸກບັນຫາທີ່ເກີດຂຶ້ນ ຖ້າໄດ້ສຶກສາ "ໂລກາພິວັດ" ແລ້ວນັ້ນ ຖືວ່າເບຊິກທີ່ຈະໂທດບັນຫາອື່ນໆແນ່ນອນ
ເມື່ອເຫັນບັນຫາທີ່ໃຫຍ່ຂຶ້ນແລ້ວ ຈົ່ງຊ່ວຍກັນລົງມືແກ້ໄຂ ໃນສິ່ງທີ່ຕົນເອງຊ່ວຍໄດ້ ແລະ ຖະນັດທີ່ສຸດ ດ້ວຍກຳລັງຂັບເຄື່ອນທີ່ຕົນເອງພໍມີຢູ່ກໍໄດ້
"ໂລກນີ້ບໍ່ມີຫຍັງສົມບູນແບບໄປໝົດ ສະນັ້ນຈົ່ງເປີດໃຈໃຫ້ກວ້າງດັ່ງແມ່ນໍ້າ"