ການຜະລິດທີ່ຕ້ອງມີການນຳເຂົ້າວັດສະດຸ ຫຼື ວັດຖຸດິບຈາກປະເທດອື່ນຈະເຮັດໃຫ້ການຜະລິດໃນບ້ານເຮົາສູງຢູ່ແລ້ວ.
ບວກກັບການຂົນສົ່ງຄົມມະນາຄົມ ແລະ ພູມສັນຖານແລ້ວ, ບ້ານເຮົາກໍຍັງມີຂີດຈຳກັບທັງດ້ານຄຸນນະພາບ, ໄລຍະທາງ ແລະ ເວລາທີ່ໃຊ້. ທຸກຢ່າງເປັນຄ່າໃຊ້ຈ່າຍເພີ່ມໝົດເລີຍ.
ນັ້ນກໍໝາຍຄວາມວ່າຄ່າຄອງຊີບກະສູງໄປນຳ, ເຮັດໃຫ້ການຢາກໄດ້ເງິນເດືອນສູງຂື້ນກໍຕາມມາ. ບວກໃສ່ປະຊາກອນທີ່ໜ້ອຍ ແລະ ຢູ່ກັນແບບກະແຈກກະຈາຍ, ເຮົາຜະລິດບໍ່ຮອດ economy of scale (ຊ່ວຍແປລາວແນ່) ທີ່ສາມາດຜະລິດຫຼາຍ, ຖືກ ແລະ ມີຄົນຊື້ຫຼາຍ.
ດັງນັ້ນ, ເຮົາຈຶ່ງແຂ່ງຍາກເພາະຂີດຄວາມຈຳກັບຂອງແຮງຊື້ຂອງຄົນທີ່ມີຈຳກັບ (ເພາະເສດຖະກິດນ້ອຍ) ແລະ ແຮງຜະລິດທີ່ມີລາຄາສູງ (ເພາະວັດຖຸດິບແພງ ແລະ ຄົນຢາກໄດ້ໜ້ອຍ). ມັນກໍເລີຍຄຸງເຄືອກັນເປັນຕ່ອງໂສ້.
ສະນັ້ນ, ຄຳຖາມງ່າຍໆ, ແຕ່ຄຳຕອບຕອບແຕ່ດ້ານດຽວບໍ່ໄດ້ ແລະ ທາງນີ້ກໍກຳລັງຊອກຫາວິທີຊ່ວຍຄືກັນ ແຕ່ວ່າມັນເກີນບ່າກວ່າແຮງໜ່ວຍງານນ້ອຍໆ.
ສິ່ງທີ່ເຮົາເຮັດໄດ້ຄືການເນັ້ນໜັກ ຄຸນນະພາບ (ໃຫ້ເທົ່າ) ແລະ ການບໍລິການທີ່ດີ (ເປັນບັນຫາທ້າທາຍເພາະມັນເວົ້າເລື່ອງຄົນລາວເຮົາ ແລະ ກຽດ).
ຈັ່ງໃດກໍຕາມ, ເຮົາເຊື່ອວ່າມັນມີທາງອອກ, ແຕ່ເຮົາຕ້ອງຮູ້ວິທີທີ່ຈະໃຊ້ວັດຊະດຸໃຫ້ໄດ້ໜ້ອຍທີ່ສຸດ ແລະ copy ໃຫ້ໄດ້ຫຼາຍທີ່ສຸດເຊັ່ນ products/services ເລື່ອງ IT, ການຂາຍສົ່ງອອກ (ເພາະແຮງຊື້ຫຼາຍກວ່າ) ແລະ ເຮັດຫຍັງທີ່ຖືກໃຈຄົນລາວອີ່ຫຼີຈົນໜີໄປຢູ່ຫຼືບໃດເຂົາກະໄປຊອກໄງ້ຫາ.
ຕາມເຂົ້າໃຈກະປະມານນີ້. ບໍ່ໄດ້ຈົບສາຍກົງມາ. ຢາກຮູ້ຄວາມຄິດຄົນອື່ນເຊັ່ນດຽວກັນ.