ຕອບໃນຖານະທີ່ເປັນອາຈານເດີ້
ວຽກບ້ານ ເປັນສິ່ງທີ່ເຮັດໃຫ້ນັກສຶກສາໄດ້ນຳຄວາມຮູ້ທີ່ຮຽນໃນຫ້ອງໄປໃຊ້ງານຕື່ມຫຼັງຈາກກັບຮອດບ້ານ
1. ຂໍດີຄືເຮັດໃຫ້ນັກສຶກສາໄດ້ຄົ້ນຄວ້າຄືນສິ່ງທີ່ຮຽນມາ ເຮັດໃຫ້ບໍ່ລືມ ແລະ ທັງຍັງເປັນການຕອກຢໍ້າຄວາມເຂົ້າໃຈບົດຮຽນ
ສຳລັບຂໍ້ເສຍນີ້ຍັງບໍ່ເຫັນມີວຽກບ້ານໃດສັ້າງຂໍ້ເສຍສຳລັບວຽກບ້ານ
ວຽກບ້ານສຳຄັນຫຼາຍຖ້າຫາກນັກສຶກສາຢາກໄດ້ບົດຮຽນ ກໍຄວນເຮັດວຽກບ້ານທີ່ອາຈານມອບໝາຍໃຫ້ເພື່ອໃຫ້ຕົນເອງໄດ້ເຂົ້າໃຈບົດຮຽນດີຂຶ້ນກວ່າເກົ່າ ແລະ ເປັນການເຮັດອັນເກົ່າຊໍ້າໆຄືນເພື່ອໃຫ້ຈື່ໄດ້
ສິ່ງທີ່ດີກວ່າວຽກບ້ານຄືນັກສຶກສາສາມາດນຳໃຊ້ຄວາມຮູ້ທີ່ຮຽນມາ ມາປະຍຸກໃຊ້ເຂົ້າໃນຊີວິດຈິງໄດ້ ເຊັ່ນນັກສຶກສາຮຽນພາສາອັງກິດ ກໍສາມາດນຳໃຊ້ໃນເວລາພົບຄົນຕ່າງປະເທດເປັນຕົ້ນ.
ບາດນີ້ມາເບິ່ງເກນໃນການໃຫ້ວຽກບ້ານ
ສຳລັບຜູ້ທີ່ຮຽນຄູມາ ມັນຈະມີເກນການມອບວຽກ ແລະ ປະເມີນນັກສຶກສາ
1. ການໃຫ້ວຽກບ້ານຕ້ອງສອດຄ່ອງກັບບົດຮຽນທີ່ກຳລັງຮຽນ ໃຫ້ນັກສຶກສາໄດ້ຮູ້ຈັກດັດປັບສິ່ງທີ່ຮຽນມາ ແນ່ໃສ່ການທວນຄືນສິ່ງທີ່ຮຽນມາ
2. ການໃຫ້ບົດວິໄຈ ຫຼື ບົດຄົ້ນຄວ້າ ແມ່ນຕ້ອງສອດຄ່ອງກັບສິ່ງທີ່ກຳລັງສຶກສາ ແນ່ໃສ່ຄົ້ນຄວ້າສິ່ງທີ່ມີຢູ່ແລ້ວໃຫ້ກະຈ່າງແຈ້ງ ຫຼື ຄົ້ນຄວ້າສິ່ງໃໝ່
3. ການມອບວຽກໃຫ້ນັກສຶກສາບໍ່ຄວນຍາກ ຫຼື ງ່າຍຈົນເກີນໄປ ແລະ ໃຫ້ສອດຄ່ອງກັບວິຊາອື່ນ ຫຼື ຫຼັກສູດທີ່ກຳນົດໄວ້.
ສ່ວນເກນການປະເມີນຂໍບໍ່ເວົ້າເຖິງເນາະ ເພາະມັນຍາວຫຼາຍ ມີຄະນິດສາດເຂົ້າມາກ່ຽວພ້ອມ
ໃນສະຖານະປະຈຸບັນ
ນັກສຶກສາຫຼາຍໆຄົນແມ່ນໄດ້ຮຽນຫຼາຍສະຖາບັນພ້ອມກັນ ເພື່ອຈະໄດ້ຈົບພ້ອມໆກັນ ຫຼື ຈະໄດ້ຄວາມຮູ້ຫຼາຍໆຂະແໜງໃນເວລາດຽວກັນ ແຕ່...... ມັນຊໍ້າພັດເປັນການສິ້ນເປືອງພະລັງງານນັກສຶກສາຢ່າງຫຼວງຫຼາຍ ຈັກຊິວຽກບ້ານໂຮງຮຽນປະຈຳແດ່ ຈັກຊິໂຮງຮຽນເສີມແດ່ ທັງບົດລາຍງານ ທັງບົດເຝິກຫັດທີ່ຕ້ອງແກ້
ໜັກສຸດໆກໍຄົງແມ່ນລາຍຈ່າຍ.
ຂ້າພະເຈົ້າເປັນຄູມາ 10 ກວ່າປີ, ຍອມຮັບວ່າໃນຊ່ວງທຳອິດກໍໃຫ້ວຽກບ້ານແບບບໍ່ສົນຫົວອົກນັກສຶກສາ ແລະ ມີການກຽມບົດສອນທີ່ບໍ່ຮັດກຸມ ເລີຍເຮັດໃຫ້ມອບວຽກໃຫ້ນັກສຶກສາແບບຕາມໃຈຕົນເອງ (ຄືໃຫ້ຫຼາຍໆໄວ້ກ່ອນ)
ຕໍ່ມາເລີ່ມເຫັນໃຈນັກສຶກສາທີ່ທັງເຮັດວຽກ ທັງຮຽນ ບໍ່ມີເວລາແທ້ໆ ກໍເລີຍຕັດວຽກບ້ານລົງເປັນບົດລະ 1 ວຽກບ້ານ ແຕ່ການຮຽນໃນຫ້ອງຈະຕ້ອງເຂັ້ມຂຸ້ນຂຶ້ນ
ສັງເກດວ່ານັກສຶກສາຮຽນດີຂຶ້ນ ແຕ່ມັນກໍມີຂໍ້ເສຍຄືວຽກບ້ານໜ້ອຍເກີນໄປ ເຮັດໃຫ້ພວກທີ່ຮຽນໄດ້ມັນຢູ່ລ້າໆ ກໍເລີຍປັບໃຫ້ວຽກບ້ານເສີມອີກ 5 ຂໍ້ ລວມທັງໝົດເປັນ 6 ຂໍ້.
ໂດຍວຽກບ້ານເສີມນີ້ຈະຂຶ້ນນຳນັກສຶກສາວ່າຈະເຮັດຫຼືບໍ່ ຖ້າເຮັດກໍໄດ້ຄະແນນເພີ່ມ ຖ້າບໍ່ເຮັດກໍບໍ່ເປັນຫຍັງ.
ສະຫຼຸບຄືເຮັດວຽກບ້ານຫັ້ນລະມັນດີແລ້ວ ແຕ່ຖ້າວ່າຫຼາຍເກີນໄປກໍອາດຈະຂໍຕໍ່ລອງກັບຄູເພື່ອໃຫ້ເພິ່ນຫຼຸດຜ່ອນຈຳນວນລົງໃຫ້.