ໃນແວດວົງ ໄອທີ ນ່າຈະເຫັນຫຼາຍໆພາສາໂປຣແກຣມ ແລະ Framework ຕ່າງໆທີ່ອອກມາຢ່າງລຽນຕິດ ຈົນສຶກສານຳບໍ່ທັນ.
ຂ້າພະເຈົ້າຢູ່ໃນແວດວົງການສຶກສາ ກໍເຫັນເຖິງບັນຫາທີ່ຊໍາເຮື້ອນຳວົງການສຶກສາ ໄອທີ ຂອງບ້ານເຮົາທີ່ຂ້ອນຂ້າງລ້າຫຼັງ ແລະ ບໍ່ທັນຍຸກສະໄໝ.
ຈຶ່ງຢາກສອບຖາມບັນດາທ່ານທີ່ຢູ່ໃນວົງການ ໄອທີ ທັງພາກລັດ ແລະ ເອກະຊົນ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ກໍຕາມວ່າ
> ພາສາໂປຣແກຣມ ຫຼື Framework ໂຕໃດກຳລັງເປັນທີ່ນິຍົມທີ່ສຸດ ແລະ ສາມາດຮັບຮອງໄປເຖິງອະນາຄົດໄດ້? (ສະເພາະປະເທດລາວ)
ເຊິ່ງຂໍ້ມູນນີ້ ຂ້າພະເຈົ້າຈະນຳໄປພັດທະນາ ແລະ ປັງປຸງຫຼັກສູດການຮຽນ-ການສອນ ໃຫ້ມັນແທດເໝາະກັບສະຖານະການໃນປະຈຸບັນ.
ດີແທ້ແມ່ນເຂົ້າໄປຕອບແບບສອບຖາມນີ້ນຳເດີ້ https://goo.gl/forms/KoL7BFoUjYWLbIGg1
ຂໍຂອບໃຈ