ຍ່າງຊີໂບ້ຊີ້ເບ້ ຖາມໃຜກະວ່າລົດເມໄປພູເຂົາມັງກອນຫມົດແລ້ວ ອ້າວວວວ ເຮັດແນວໃດດີ ຫັນໄປເຫັນອ້າຍຕຳຫລວດນັ່ງພົ້ນຄວນຢູ່ ເລີຍບອກວ່າຂ້ອຍຢາກໄປມ່ອງນີ້ໄປແນວໃດ ເພິ່ນພາໄປຫາອ້າຍຄົນນຶ່ງ ເປັນໂຊເຟີ້ລົດເຊົ່າ ແລະໂຊເຟີ້ຄົນອື່ນໆກະຫຸ້ມແອ່ມ ເຂົ້າໃຈວ່າ ໃຜໃຜກະສົນໃຈ ແຕ່ຊ່ວຍຍັບອອກໄປໄກໄກແດ່ ຕົກລົງໃຫ້ລາຄາໄປກັບ ແຕ່ແອ່ມໃຫ້ໄປສົ່ງຢ່າງ ບາດມາສິຫາທາງກັບເອງ ພໍແຕ່ຮອດ ເບີ່ງລວມລວມແລ້ວ ຄືສິສູ້ແກ້ງຫນີຮ້າວບໍ່ໄຫວ ເລີຍໃຫ້ອ້າຍໂຊເຟີ້ຊ່ວຍ ນາງກະໃຈດີ ພາແອ່ມໄປຊື້ປີ້ເຖື່ອນ ແລ້ວບອກໃຫ້ໄປລັດຄິວກະເຈົ້າໂລດ ຈະດີຫລໍຄະ? ນາງຍັງບໍ່ທັນອ້າປາກຕອບ ແອ່ມໃສ່ເກຍຫມາ ແລ່ນໄປລັດຄິວລະ ຮ່າຮ່າ ຊອກເຫຍືອທີ່ເປັນແກ້ງອາຕີ ມັນແນມເບີ່ງຫນ້າ ແອ່ມກະເຮັດໃຈດີສູ້ເສືອ ຍີ້ມກັບກະຍິບຕານິດນຶ່ງ ນາງບໍ່ວ່າຫຍັງ ນາງຍອມ ຮ່າຮ່າ ຊະນະເລີດ ສະຫລຸບອ້າຍໂຊເຟີ້ກະກາຍເປັນທັງບໍດິກາດແລະໄກ້ແບບງົງງົງ ນາງກະພະຍາຍາມ ບອກນັ້ນແມ່ນຫຍັງນີ້ແມ່ນຫຍັງ ແອ່ມກະເຂົ້າໃຈແດ່ບໍ່ເຂົ້າໃຈແດ່ ໃຊ້ພາສາໃບ້ກັນສຸດທາງ ນາງໃຈດີຫລາຍ ຖ້າບໍ່ມີນາງບໍ່ຮູ້ວ່າຈົນເຂົາປິດແອ່ມສິໄດ້ຂື້ນບໍ່
ນໍ້າພະຈັນສ້ຽວ ສາກຫລັງເປັນພູເຂົາມັງກອນຫຍົກ ນໍ້າຈະປ່ຽນສີຕາມລະດູການແລະອາກາດ ບາງເທື່ອກະເປັນສີຂຽວ ສີຟ້າ ສີຫຍົກ...ເພິ່ນວ່າກາງຄືນເວລາພະຈັນຊ່ອງລົງມາຫນ້ານໍ້າ ພະຈັນຈະເປັນສີນໍ້າເງີນ ເຮີ ຢາກເຫັນນນນ ເຫລືອໃຈ ທີ່ບໍ່ສາມາດເກັບຮູບໃກ້ຄຽງກັບຕົວຈີງມາໄດ້ ຕົວຈີງງາມກວ່າລ້ອຍເທົ່າ ເຊົ້າຕໍ່ມາ ກໍ່ມາຍ່າງຫລີ້ນເມືອງເກົ່າ ປານລຸດມາສະໄຫມທ້ານເປົາບຸ້ນຈີ້ນແຫ່ງສານໄຂ່ຟົ້ງ ແອ່ມມັກເມືອງເກົ່າຫລາຍ ມັນມີສະເຫນ່ມີມົນຄັງ ທະເລຫລັງຄາ ເມືອງເກົ່າກວ້າງຫລາຍ ຈົນສຸດສາຍຕາ ຈົນເອີ້ນວ່າທະເລຫລັງຄາ ຈຸດນີ້ນັກທ່ອງທ່ຽວຫລາຍ ຄ້າຍຄືກັບຖະຫນົນຄົນຍ່າງ ຍ່າງໄປຍ່າງມາ ແລ້ວຮີບຫາທາງອອກດ່ວນເລີຍ ເພາະມັນແມ່ນບ່ອນດູດຊັບນັ້ນເອງ ອັນນັ້ນກະງາມອັນນີ້ກະແປກ ໂຕນັ້ນກະເປັນຕາແຊບ ອືມ ຖົງເຄື່ອງສິເອົາມາຫ້ອຍຢູ່ຄໍໄດ້ລະ ຮີບຫາທາງອອກກ່ອນກະເປົາສິຈີກ ນັ່ງຊິວຊິວ ຫາກມີແຕ່ຄົນມາຖາມ ແອ່ມໄດ້ແຕ່ແກ່ວງຫົວໄປມາ ຮ່າຮ່າ
ໄດ້ເວລາທາງໄປເມືອງຈົງຕ້ຽນລະ ເມືອງທິເບດເກົ່າ ທາງໄປຫິມະຕົກ ແອ່ມໂຄດຕື່ນເຕັ້ນເພາະເປັນຄັ້ງທຳອິດທີ່ເຫັນຫິມະຕົກ ຈົນໂຊເຟີ້ບອກວ່າຮອດແລ້ວ ແອ່ມໂດດລົງລົດ ກະໂດດໄປມາ ໄລ່ຂຸບຫິມະ ຮ່າຮ່າ ອ້າຍໂຊເຟີ້ເອີ້ນໃສ່ ໃຫ້ຮີບມາເຄື່ອງ ລະມີຄຳຫນຶ່ງອອກຈາກປາກນາງ ດີໃຈຫຍັງພິລຶກ ຄືສິມາແຕ່ບ້ານນອກ ຮ່າຮ່າ ກະແມ່ນ ຈ້າງແທັກຊີ້ໄປໂຮງແຮມ ນາງຍ້ອງຄົນລາວງາມງາມນໍ ອືມ ຄິດວ່າສິໄດ້ທິບຫວາ ແນວເພິ່ນລະຫວາ ຄົນລາວລວຍ ໃສ່ຄຳເສັ້ນບັກໃຫ່ຍໃຫ່ຍ ຂ້ອຍເບິ່ງໃນທໍລະທັດນະ ຄົນທິເບດທຸກໃສ່ຂອງປອມ ແພນຸ່ງກະບໍ່ມີ ຕ້ອງນຸ່ງຂົນສັດ ແອ່ມບໍ່ປາກຫຍັງໃຫ້ນາງຝາມໄປ ເພາະແອ່ມສົນໃຈແຕ່ຫິມະ ຮ່າຮ່າ
ພໍຮອດໂຮງແຮມ ຟ້າກະເປີດ ຫິມະເຊົ່າຕົກຊະງັ້ນ ມ້ຽນເຄື່ອງຂອງແລ້ວ ເຄົ້າເຕີ້ວ່າ ໄປວັດທິເບດ ໄປຂື້ນລົດເມສາຍສາມໂລດ ຊອກຫາປ້າຍລົດເມບໍ່ເຫັນ ຜູ້ນັ້ນກະວ່າໄປທາງນີ້ຜູ້ນີ້ກະວ່າໄປທາງນັ້ນ ເຮີ ອາຕີນ້ອຍມາຖາມວ່າສິໄປໃສໃຫ້ຊ່ວຍຫຍັງບໍ່ ແອ່ມກະບອກຈຸດປະສົງໄປ ນາງພາຍ່າງເປັນໂລໂລ ຫອບຮັບປະທານສິຄະ ປ້າຍລົດເມແບ້ຫຍັງຄືໄກແທ້ຫວາ ກຳລັງຄິດວ່າສິລັດແທັກຊີ້ໄປດີກວ່າ ນາງບອກວ່າຮອດລະ ຢູ່ໃສ່ປ້າຍລົດ ແທ້ນແທ່ນນນນ ທີ່ແທ້ນາງພາຍ່າງມາຮອດວັດນັ້ນເອງ ຈັກສິຫົວຫລືສິໃຫ້ດີ ບັກຫລ້າຄຳແພງເອີຍ ບໍ່ອີ່ຕົນມະນຸດປ້າທີ່ດົນໆອອກກຳລັງກາຍເທື່ອນຶ່ງແດ່ນໍ ເອົາຊະຕູລີ້ນຫ້ອຍເລີຍ ເລາະຫັນເລາະນີ້ ຍັງບໍ່ຮູ້ຊະຕະກຳຕົວເອງ ເຂົາເຕັ້ນເພງທິເບດກະໄປເຕັ້ນນຳເຂົາ ບາດເມື່ອ ເວນກຳອີ່ລະຍອງ ລົດເມຫມົດ ແທັກຊີ້ກະບໍ່ມີ ສຸດທ້າຍໄດ້ຍ່າງເມື່ອ ຢາກຈະຮ້ອງໃຫ້ອອກມາເປັນເພງທິເບດ ຮຶຮຶ ໂດບຢາສອງເມັດ ເພາະເຊົ້ານີ້ຕ້ອງເດີນທາງໄປເມືອງເຕົາເຊີ້ງ ໂມງປຸກສອງສາມບາດ ບໍ່ຍອມຕີງ ງໍແງລະດັບສິບ ເພາະເມື່ອຍຍ່າງຫລາຍ ປວດຂາອີກ ແຖມຕາກຫິມະ ເຮີຮຮຮຮ ຕັ້ງສະຕິ ຄັນໄປບໍ່ທັນລົດນິ ປ່ຽນແຜນຫມົດເລີຍໃດນິ ເສຍເວລາອີກ ເພາະລົດມີມື້ລະທ້ຽວ ຫອບສັງຂານອັນນ້ອຍນິດລົງຈາກຕຽງ ແບບບໍ່ອາບນໍ້າຖູແຂ້ວເລີຍນະ ຄວາມຊົກຫມົກບໍ່ໃຫ້ເວົ້າເວລານັ້ນ ຮ່າຮ່າ ປານນັ້ນ ເຄົາເຕີ້ບໍ່ຍອມໃຫ້ເຊັກເອົ້າໃຫ້ຄອມເມັ້ນການບໍລິການວ່າເປັນແນວໃດວ່າຊັນ ອືມ ດຽວຕູກັບໄປ ສິສົ່ງເມວຄອມເມັ້ນຈັກສອງຫນ້າມາໃຫ້ເດີ້ ໂອ້ຍນໍ ແຮງຟ້າວ ຫິມະຕົກຫນັກຫລາຍ ທາງໄປເມືອງເຕົາເຊີ້ງນະ ລ້ຽວພັນໂຄ້ງ ທາງໂຄດຊັນ ທາງເຫນືອຢູ່ບ້ານເຮົາເປັນລູກຂອງລູກຂອງຫລານພູເຂົາຈີນເລີຍ ນັ່ງນອນລຸກ ແຫກປາກ ວູ້ວ້າວ ວູ້ວ້າວ ປະມານ ສິບສີ່ຊົ່ວໂມງ ກັບວິວອາລັງການດາວລ້ານດວງ ແອ່ມຈົນລືມ ວ່າແອ່ມເປັນຄົນເມົາລົດ ຮ່າຮ່າ ງົງກັບຊີວິດໂຕເອງ ສັດນ້ອຍສັດໃຫ່ຍຢ່າຫວັງໄດ້ກີນກະປ່ຽກເລີຍ ເພາະແອ່ມບໍ່ໄດ້ຂາຍ ຮ່າຮ່າ ທາງມາ ມີສອງດ່ານ ດ່ານແລກຜ່ານໄປ ດ່ານສອງ ຕຳຫລວດເອີ້ນເອົາແອ່ມໄປສອບຖາມ ຄົ້ນກະເປົາເປ້ແອ່ມອີກໃດ່ ນາງໄປເຈີ້ ວາສະບິ ທີ່ຕິດມານຳເຂົ້າປັ້ນສຳເລັດຮູບ ຖາມວ່ານີ້ແມ່ນຫຍັງ ກະບອກວ່າ ວາສະບິ ນາງບໍ່ເຂົ້າໃຈ ພະຍາຍາມດົມ ລະສິຊີມ ອືມ ສິບອກແນວໃດດີ ກີນບໍ່ໄດ້ ແອ່ມເລີຍບີບດັງດຶງຫູບີບຄໍແກ້ງຕາຍ ຄິດວ່ານາງສິເຊື່ອ? ນາງແຮງສົງໃສ ເກະຊີມ ເອີ້ສິກີນກະກີນສະ ຫູແດງ ນໍ້າຕາໄຫລ ຮ່າຮ່າ ສົມ ສະໃຈ ອົ້ວເຕື່ອນລື້ແລ້ວນະ ສະຫລຸບວ່າ ທີ່ກວດແອມດົນຍ້ອນບໍ່ເຄີຍເຫັນຄົນສັນຊາດລາວມາແຖວນີ້ ອືມ ຕູຄົງເປັນຄົນແປກກກສິນະ ມາຮອດເມືອງເຕົ້າເຊີ້ງໄດ້ຮັບຄວາມເອື້ອອາທອນຈາກອ້າຍຫນຸ່ມມາເລເຊຍ ກະນັ່ງລົດມານຳກັນຫັນແລະ ແຕ່ບໍ່ລົມຫຍັງກັນ ຫຍິ່ງອະ ແຕ່ເນື່ອງດ້ວຍຕຳຫລວດກວດແອ່ມດົນ ແອ່ມເລີຍເປັນຈຸດສົນໃຈ ກະຄືຕົວຖ່ວງນັ້ນເອງ ຮ່າຮ່າ ນາງມາເລເລີຍທັກ ກະເລີຍຮູ້ວ່າຈະໄປຍ່າຕີ້ງຄືກັນ ເລີຍແລກວີແຊັດເພືອຊອກລົດແຊ່ກັນໄປຍ່າຕີ້ງ ພໍຮອດໂຮງແຮມປຸບ ນາງແຊັດມາປຸວ່າມີລົດລະເດີ້ ມື້ອື່ນສິໄປຮັບແຕ່ເຊົ້າ ມາຕົງເວລາເປະ ໂດຍມີຄູ່ຮັກຄູ່ນື່ງຮ່ວມທິບເດີນທາງ ລວມກັນເປັນສີ່ຄົນ ໂດຍທີ່ພວກເຮົາສິໄປນອນຢູ່ຍ່າຕິ້ງ ໂຊເຟີ້ໄປຈອດແວ່ວັດມິເບດແຫ່ງນຶ່ງ ແອ່ມໃຈຮ້າຍ ມາຈອດຫຍັງຫວາສິຟ້າວໄປຍ່າຕີ້ງນິ ລົງໄປຖ່າຍດອກຊາກຸລະແລ້ວ ຂື້ນລົດເຮັດຫນ້າບູດເພື່ອກົດດັນໃຫ້ພວກນັ້ນຂື້ນລົດໄວໄວ ນິໃສສສ ຮ່າຮ່າາາາ
ປະມານສິບສອງໂມງຮອດຍ່າຕິ້ງ ສີ່ແອ້ງ ກະພາກັນໄປເຊັກອີນເຂົ້າໂຮງແຮມກ່ອນ ຈັບໃຈຄວາມໄດ້ປະມານວ່າ ເຫລືອສອງຫ້ອງ ນາງມາເລຫັນມາຖາມແອ່ມ ເຈົ້າສິນອນກັບຂ້ອຍບໍ່ ແອ່ມອື້ງໄປປະມານສາມວິ ຜູ້ບ່າວຊວນນອນນຳ ຮ່າຮ່າ ເຖິງຫນ້າຕູຈະງ່າຍ ແຕ່ຕູກໍ່ໄມງ່າຍນະໂວ້ຍ ແອ່ມເລີຍຕອບວ່າ ຂ້ອຍຂໍນອນກັບສາວນັ້ນ ສ່ວນເຈົ້າໄປນອນກັບແຟນລາວ ຮ່າຮ່າ ແຟນມັນ ແຟນມັນ (ຫມາຍເຖິງຜູ້ຊາຍ) ເຮັດຕາຂຽວໃສ່ ຮ່າຮ່າ ຕູຄົງເປັນເປັນກໍຂໍຄໍສິນະ ຮ່າຮ່າ ມ້ຽນເຄື່ອງຮຽບຮ້ອຍ ໄດ້ເວລາເດີນປ່າແລ້ວ ຍ່າງ ຍ່າງແລະຍ່າງ ຢູ່ນີ້ຈະເມື່ອຍງ່າຍເປັນພິເສດເພາະອາກາດນ້ອຍ ຖ້າໃຜຈະມາແນະນຳ ໃຫ້ໄປຊ້ອບປີ້ງແລ້ວຫິ້ວເຄື່ອງຂື້ນອານຸສາວະລີຈັກສິບຮອບຕໍ່ມື້ຕິດຕໍ່ກັນຈັກນຶ່ງອາທິດຄ່ອຍມາ ຮ່າຮ່າ ເວົ້າແທ້ໃດ່ນິ ບໍ່ຊັ້ນສິເປັນຄືແອ່ມ ຫມົດການໂຊມເປັນກ່ອງ ກີນຊອກໂກແລດແທນເຂົ້າ ຊ່ອຍໃຫ້ມີພະລັງງານດີ ຍ່າງສາມກ້າວພັກບາດນຶ່ງ ມື້ນີ້ສິຮອດບໍ່ນິ ໃນທີ່ສຸດກະຮອດແລ້ວ ທະເລສາບໄຂ່ມຸກ ໂຕແທ້ງາມກວ່ານີ້ພັນເທົ່າ ເສຍດາຍບໍ່ມີກ້ອງຖ່າຍຮູບງາມງາມມາເກັບພາບໄວ້ໄດ້ ໃຜໃຜກະມີໂລກສ່ວນຕົວກັບວິວທີ່ຢູ່ທາງຫນ້າ ແອ່ມຈັງຍັງຊອກຫາເຫຍືອມາກົດຊັດເຕີ້ໃຫ້ບໍ່ໄດ້ ແຈັກຟອດ ແຟນສາວທີ່ເຮົາຈະນອນນຳ ຢືນຖື ກະເປົາໃຫ້ແຟນນາງ ຫວ່າງພໍດີ ແອ່ມກະກວກມືເອີ້ນ ແບບອ້ອນສຸດລິດ ນາງກະໂອເຄ ຖ່າຍໃຫ້ ແຕ່ຕຕຕ ຮູບອອກມາແຕ່ລະໃບ ບ້ຽວຊ້າຍບ້ຽວຂວາ ຖ່າຍມານິຫນ້າແອ່ມໂຄດດຳເລີຍ ຫລືວ່າມັນແກ້ງເຮົາວ້າ ທີ່ເຮົາໄປນອນກັບແຟນມັນ ຮ່າຮ່າ ສົງໃສຖ່າຍຮູບບໍ່ເປັນຕິເບາະ ເພາະເຫັນແຟນນາງ ຖ່າຍເຊວຟີເອງຕະຫລອດດດ ເຮີ ຖ່າຍໄດ້ ສຳນີ້ແລະ ເພາະແສງກະທົບໃສ່ພູເຂົານໍ້າແຂງລະມາຖືກແສງກ້ອງເຮົາລະມັນບໍ່ງາມປານໃດ ແບດກະຫມົດໄວອີກເພາະອາກາດເຢັນ
ນີ້ແມ່ນຮູບຫນ້າຫ້ອງນອນ ວິວຊື່ກັບຫ້ອງນອນເລີຍ ປະມານແປດໂມງນິແລະ ຟ້າຍັງບໍ່ມືດ ສະຫລົບສະໄຫລ ຫລັງຈາກກັບມາ ນອນພັກຜ່ອນ ແປັບຫນຶ່ງ ເຂົາກະມາເອີ້ນໄປກີນເຂົ້າ ແອ່ມບໍ່ໄປ ແອ່ມເມື່ອຍແດ່ ຫນາວແດ່ ເຈັບຫົວແພ້ຄວາມສູງກັບອາກາດຕິດລົບແດ່ ວ່າສິກີນຢາແລ້ວນອນ ແຕ່ລື່ມຊື້ນໍ້າ ຕິ້ງງງ ສຽງຂໍ້ຄວາມນາງມາເລ ຖາມວ່າສິໃຫ້ສັ່ງອາຫານເຊົ້າໄວ້ໃຫ້ບໍ່ ເພາະມື້ອື້ນເດີນທາງໄປແຕ່ເຊົ້າ ແອ່ມກະຕອບວ່າ ຂອບໃຈ ສັ່ງເພື່ອແດ່ ຊື້ນໍ້າມາໃຫ້ນຳເດີ້ ນາງມາເລວ່າ ຢູ່ຫ້ອງກະມີຫມໍຕົ້ມນໍ້າຕວະ ໂຕງເອົານໍ້າປະປາລະເອົາໄປຕົ້ມ ອືມ ຂອບໃຈໃນຄວາມຫວັງດີ ຄືບໍ່ບອກຕູໄປຕັກເອົາຫິມະມາຕົ້ມເລີຍຊະ ແອ່ມກະເອົານໍ້າປະປາມາຕົ້ມແທ້ ຮ່າຮ່າ ສຸດທ້າຍນາງຈີນກະຊື້ນໍ້າມາຕ້ອນ ຄືນນັ້ນບໍ່ຮູ້ວ່າສອງຄົນນັ້ນມັນມີເລື້ອງຫຍັງກັນ ເຄາະອອກເຄາະເຂົ້າຢູ່ຫມົດຄືນ ສະຫລຸບຕູບໍ່ໄດ້ນອນ ຕູຜິດສິນະທີ່ແຍກພວກເອ້ງ ເຮີຮຮຮ
ເລີ້ມເດີນທາງໄປພິສິດ ທະເລສາບນໍ້ານົມແລ້ວ ນັກທ່ອງທ່ຽວລໍຖ້າຂື້ນລົດກ້ອບ ລົດກ້ອບຈະໄປສົ່ງເຖີງຈຸດທີ່ລົດສາມາດເຂົ້າໄປໄດ້ ກະປະມານກ່ຽວພູສອງຫນ່ວຍ ແຟນນາງຖອນໂຕ ຍ່າງບໍ່ໄຫວ ເມື່ອຍຫລາຍ ເຫລືອແອ່ມກັບສອງຫນຸ່ມ ຄົນເລີ້ມຫາຍໄປເທື່ອລະຄົນ ແຟນຜູ້ຊາຍກະຖອນໂຕ ລະ ເຫລືອແອ່ມກັບນາງມາເລ ນາງມາເລກະຖອນໂຕ ອ້າວວວວວ ເຫລືອຕູຄົນດຽວຕວັະນິ ຍັງໄຫວຢູ່ ສູ້ສູ້ ມັນບໍ່ແມ່ນຍ່າງແລ້ວ ມັນແມ່ນຄານຂື້ນເຂົາລະ ທັງຫິມະທັງລົມ ທາງຊັນອີກ ໃຈກັບກາຍກະຍັງໄຫວຢູ່ ຄັນຖອຍຕອນນີ້ ບໍ່ມີແຮງຍ່າງກັບແນ່ນອນ ເພາະບໍ່ຖີງຈຸດຫມາຍເທື່ອ ມີຄວາມລີ້ນຫ້ອຍແລະຫນ້າສົດ ຮ່າຮ່າ ຍັງເຫລືອອີກພູລູກນຶ່ງ ໃຈກັບກາຍຍັໄຫວຢູ່ ແຕ່ກະເວົ້າບໍ່ໄດ້ ຖ້າເປັນຫຍັງມາກະບໍ່ຄຸ້ມ ຖ້າບໍ່ເປັນຫຍັງ ກະຄືສິກັບບໍ່ທັນ ເພາະຫມວດນັ້ນກະຖ້າເຮົາຢູ່ ຄັນກັບບໍ່ທັນ ປີ້ລົດປີ້ຍົນກະເສຍຖີ້ມຊື່ຊື່ ເສຍຫາຍຫລາຍແທ້ ສັງຊ່າເບິ່ງແລ້ວ ກະເລີຍຕັດໃຈ ບໍ່ໄປຕໍ່ ເສຍໃຈນິດນິດ ທີ່ບໍ່ສາມາດເອົາຮູບທະເລສາບນໍ້ານົມມາໄດ້ ເຮີຮຮ ທິບນີ້ ເປັນໄປຕາມແຜນທຸກຢ່າງ ບໍ່ຖືກໂກງ ຂື້ນຍົນຂື້ນລົດທັນ ເຈີແຕ່ຄົນດີດີ ຮ່າຮ່າ ປະທັບໃຈທີ່ສຸດ ໃຫ້ຄະແນນທີບນີ້ 9ເຕັມ10 ເນື່ອງຈາກພິສິດທະເລສາບນໍ້ານົມບໍ່ໄດ້ ຫວັງວ່າຄົງຈະໄດ້ມີໂອກາດກັບມາແກ້ໂຕໃຫ່ມ ຮູບເທິ່ງ ແມ່ນເດີແກ້ງພິສິດພູເຂົາຍ່າຕີ້ງ ນ່າຮັກດີ ນິໃສດີ ຮູບລຸ່ມ ແມ່ນໂຕຊ່ອຍແອ່ມເອງ ນາງມາເລ ນິໃສດີ ຊ່ວຍເຫລືອແອ່ມຕະຫລອດ ນາງເຮັດວຽກຢູ່ໂຮງແຮມສີງກະໂປ ຄອບຫົວຫນ້າພັກສອງເດືອນ ເພື່ອເດີນທາງທ່ອງທ່ຽວຫ້າປະເທດ ຈີນ ລາວ ພະມ້າ ຫວຽດນາມ ແລະ ຍີ່ປຸ່ນ ຖ້າແອ່ມເຮັດຄືລາວ ຄືສິໄດ້ກີນແກບແທ້ແທ້ ຮ່າຮ່າ ເຮົາສອງຄົນຕ້ອງແຍກກັນລະ ເພາະນາງຈະໄປເສີນຕູ ສ່ວນແອ່ມກັບທາງເກົ່າ ຕື່ນແຕ່ເຊົ້າຫ້າໂມງ ຄິດວ່າເມືອງນີ້ບໍ່ມີຫຍັງຫນ້າສົນໃຈ ແຕ່ບໍ່ເລີຍ ເພາະດາວເຕັມຟ້າ ປານກັບວ່າສາມາດເອື້ອມມືເກັບເອົາໄດ້ ໄດ້ເວລາລົດເມອອກລະ ບອກມືຢອຍຢອຍໃຫ້ນາງແບບເຫງົາເຫງົາ ແລ້ວພົບກັນໃຫ່ມ ຮ່າຮ່າ
ຂຽນໄດ້ມ່ວນຫຼາຍ👍👍👍👍. ມັກໆ ຮູ້ສຶກຢາກໄປເລີຍ. ຖ້າບໍ່ໄດ້ພາສາຈີນເລີຍ ທ່ຽວຍາກບໍ?
JOJOwonderer ບໍ່ຍາກ ແຕ່ລະດ່ານຜ່ານໄປດ້ວຍຄວາມ ລຸ້ນ ແລະ ຕື່ນເຕັ້ນ ແອ່ມ ກະບໍ່ໄດ້ພາສາຈີນ ສ່ວນຫຼາຍຈະກຽມຮູບ ແລະ ຊື່ສະຖານທີ່ເຮົາຈະໄປ ເປັນພາສາຈີນ ຖາມຄົນທ້ອງຖິ່ນແຖວນັ້ນເອົາ☺
ສຸດຍອດ ອ່ານລະຮູ້ສຶກຄ້າຍຄືວ່າເຮົາໄປເອງເລີຍ 😂
ຂອບໃຈ ດີໃຈທີ່ມີຄົນມັກ 😁
Palina 👍 ຖ້າມີປະສົບການໄປທ່ຽວແລ້ວມະແຊອີກເດີ ມັກໆ ຂຽນໄດ້ມ່ວນຫຼາຍ
ມັກອ່ານ ຣີວິວ ທ່ອງທ່ຽວຫລາຍ ມັກກໆໆ ຖ້າກະທູ້ຕໍ່ໄປເລີຍຍ
ຂອບໃຈ ດຽວກະທູ້ສິມາແບບລົ່ວລົ່ວ🤗
ຄິດຮອດຄວາມເຢັນເດ...