ຈະເຮັດໃຫ້ມັນໄວຂຶ້ນກໍ່ມີຫຼາຍປັດໄຈ ແຕ່ທີ່ເຫັນເຂົາໃຊ້ກັນ (ອາດຈະບໍ່ແມ່ນວິທີທີດີສຸດ)
- ການປ່ຽນໜ້າ Activity ໝາຍເຖິງການ navigate ໄປຫາ activity ອື່ນບໍ? ຄັນເປັນແບບນັ້ນມັນກໍ່ໄດ້ຕາມ default ມັນຫັນຫລ່ະ ຫະຫະຫະ ໄວກວ່າຫັນບໍ່ໄດ້ຫລ່ະ
- ການ req ຂໍ້ມູນຈາກ API ໂຕນິຖ້າຈະໃຫ້ໄວແມ່ນມັນກໍ່ຂື້ນກັບການພັດທະນາຟັງ API ວ່າຂຽນດີມີການ Test ບໍ່ .ຂະໜາດຂອງ response ທີ່ສົ່ງມາໃຫ້ແອບວ່າ ບໍ່ເກີນເລີຍຕາມຄວາມຕ້ອງການທີ່ app ຕ້ອງການບໍ່ (ບໍ່ມີ response ເສດເຫຼືອ ແນະ ນຳໃຊ້ພວກ graphQL ເປັນດີຈຶ່ງຈັດການງ່າຍ)
- ມີການ caching data ເອົາໄວ້ບໍ? ປະມານວ່າຂໍ້ມູນ API ບໍ່ມີຫຍັງປ່ຽນແຕ່ເປັນຫຍັງເຮົາຕ້ອງເອີ້ນໄປຫາ API ດຶງຂໍ້ມູນຕະຫຼອດ ເຮົາກໍ່ເອົາມັນເກັບໄວ້ໃນເຄື່ອງເລີຍເວລາຜູ້ໃຊ້ເຂົ້າມາກໍ່ load ຈາກເຄື່ອງມາໃຊ້ໄດ້ເລີຍ ເຮັດໃຫ້ໄວ້ຂຶ້ນທັນຕາເຫັນ ຖ້າມີການປ່ຽນແປງຈຶ່ງໄປເອີ້ນມາເກັບໄວ້ໄຫມ່
ທ້າຍທີ່ສຸດກໍ່ຄືການເລືອກໃຊ້ http client ດີໆ ບໍ່ຮູ້ວ່າເຈົ້າຂອງກະທູ້ໃຊ້ຫຍັງແຕ່ແນະນຳ ໃຊ້ retrofit ເປັນ http client google ແນະ ນຳມາ ແລະ ການ load ຮູບກໍ່ໃຊ້ glide google ແນະນຳມາ ພວກ library ພວກນິຄົນຂຽນ android ກໍ່ໜ້າຈະຮູ້ກັນດີຢູ່ແລ້ວ ເພື່ອໃຜເລີ່ມຕົ້ນສຶກສາໄຫມ່ ເພາະມັນຈະຈັດການເລື່ອງການ caching ຂໍ້ມູນໃຫ້ເຮົາແລ້ວ ບໍ່ຕ້ອງໄປເຮັດຫຍັງຫຼາຍ
ແຕ່ດຽວນິບໍ່ຮູ້ວ່າໂຕໃດກຳລັງມາແຮງເພາະບໍ່ໄດ້ຂຽນ android ດ້ວຍ java android ມາຫຼາຍເດືອນແລ້ວ ເພາະດຽວນິຫັນມາໃຊ້ react-native ແທນດ້ວຍເຫດຜົນບາງຢ່າງ😉
ຜິດພາດປະການໃດຂໍ້ອະໄພນຳ