ເລື່ອງມີຢູ່ວ່າ:
ກຳລັງຂັບລົດໄປຕາມທາງເມືອເຮືອນທີ່ຕ້ອງຜ່ານວົງວຽນແຫ່ງໜຶ່ງ, ໃນທີ່ກຳລັງຊິເຂົ້າວົງວຽນກໍມີລົດເກັງຄັນໜຶ່ງສວນທາງມາເຂົ້າວົງວຽນກ່ອນ, ເຮົາກະຢຸດລົດໃຫ້ເພິ່ນໄປກ່ອນ ແຕ່ວ່າເພິ່ນພັດຢຸດໃຫ້ ບວກກັບ ຕອນນັ້ນທາງມັນໂລ່ງ ເຮົາກໍເລີຍໄປກ່ອນ (ເຊິ່ງຕາມລະບຽບແລ້ວ ລົດໃນວົງວຽນມີສິດໄປກ່ອນ ແຕ່ວ່າເພິ່ນໃຫ້ສິດເຮົາໄປ ເຮົາກະເລີຍໄປ) ແຕ່ໃນຂະນະທີ່ກຳລັງຂັບລົດເຂົ້າວົງວຽນນັ້ນ ກໍມີລົດກະບະຂັບມາດ້ວຍຄວາມໄວສູງ ບີບແກໃສ່ເພື່ອພະຍາຍາມຈະຊິງເຂົ້າວົງວຽນໄປກ່ອນ, ເມື່ອເຮົາເຫັນແນວນັ້ນກະຢຸດໃຫ້ກາງວົງວຽນ ແຕ່ວ່າລາວສະແດງຄວາມບໍ່ພໍໃຈໂດຍເປີດແວ່ນລົດມາເວົ້າໃຫ້ວ່າ "ຂັບລົດບໍ່ຢ້ານຕາຍເນາະ" ແລ້ວກະຂັບລົດອອກໄປດ້ວຍຄວາມໄວສູງ, ຕົວເຮົາກະຄິດສົງໄສວ່າ ເຮົາຂັບຂີ່ບໍ່ດີແນວໃດ ຜິດບ່ອນໃດ.
ກະເລີຍຢາກຖາມທຸກຄົນວ່າ ເຮົາຂັບຂີ່ຜິດພາດບ່ອນໃດ? ເຮັດຫຍັງຜິດພາດໄປຫຼືບໍ່? ມີຄຳຄິດເຫັນແນວໃດຕໍ່ກັບເລື່ອງນີ້
ຖ້າວ່າຜິດພາດປະການໃດກະຂໍໂທດຂໍອະໄພສັງຄົມດ້ວຍ
ນົບງາມໆ 🙏🏻🙏🏻🙏🏻