ເຫັນໂຄສະນາເຕັມພິກັດແຕ່ບໍ່ຮູ້ວ່າຄວນໄປເບິ່ງດິບໍ່? ສ່ວນຕົວມັກເບິ່ງໜັງແບບຟອມຍັກ ບໍ່ມັກກຸກກິກ ນະ ຢ້ານຜິດຫວັງກັບຫນັງເລື່ອງນີ້ ເພາະປິກ່ອນ ຫນັງ ວັນຄົບຮອບກາຜິດຫວັງໄປແລ້ວ.
knowhere ລອງໄປເບິ່ງໂລດ ຖ້າຜິດຫວັງກະຖືເປັນການສະນັບສະໜູນໜັງລາວ 55
ລອງເປີດໃຈເບິ່ງ ອາດຈະໄດ້ຫຍັງທີ່ຕ່າງອອກໄປ ກິນແຕ່ແນວເກົ່າໆ ມັນກໍ່ຈະໄດ້ລົດເກົ່າໆບໍ່ຕ່າງຫຍັງກັນຫຼາຍ ຕ້ອງລອງ ຂ້ອຍກໍ່ຈະລອງ
ລອງເປີດໃຈໄປເບິ່ງຫາກດີກໍຍ້ອງ ຫາກບໍ່ດີກໍສະແດງຄວາມຄິດເຫັນແບບສ້າງສັນ ເພື່ອຈະໄດ້ຊ່ວຍກັນປັບປຸງ
Os555 ເບິ່ງແລ້ວ ຫມໍເຮັດຫນັງມັນຕ້ອງໄປຮຽນໃຫມ່ . ບໍ່ຮູ້ແນະນຳ ຢາກແນະນຳ ແຕ່ບໍ່ຮູ້ເລື່ອງຫນັງ ແຕ່ນາງເອກງາມ ຄັນບໍ່ງາມຢ່າງອອກໂຮງແຕ່ດົນ