ໃຊ້!! ຂ້ອຍໃຊ້ພັດທະເວັບ, api ແລະ ເອົາໃຊ້ຕອນຂຽນບົດຈົບຊັ້ນທີ່ໃຊ້ພັດທະນາ service ລະບົບ IoT ເວົ້າແບບຫຍໍ້ໆ mongodb ເປັນ databse ປະເພດໜຶ່ງຄືໆກັບ mysql ຫຼື sql server ນັ້ນຫລ່ະ ແຕ່້ມັນຈະຕ່າງບ່ອນວ່າ ມັນເກັບຂໍ້ມູນແບບ NoSQL ເຊິ່ງເກັບຂໍ້ມູນເປັນ Document ທີ່ຮູບແບບເປັນ key-value ຄ້າຍໆກັບ json ນັ້ນຫລ່ະ
Example NoSQL
{
"id": "435345345",
"name": "xangnam",
"lanme": "phaisakha",
....
}
SQL
INSERT INTO table_name values('435345345", "xangnmanm", "phiasakha")
table ໃນ sql ກໍ່ຈະຄ້າຍໆ collection ໃນ nosql ແລະ ເນື້ອຫາໃນ collection ກໍ່ຈະເປັນ document ທີ່ເກັບເປັນ key-value ແທນການເກັບແບບ column-row ໃນ sql ແລະ ຄວາມແຕກຕ່າງອີກຢ່າງຂອງ nosql ກັບ sql ຄື nosql ຈະບໍ່ມີ relationship (ຄວາມສຳພັນ)ລະຫວ່າງ table ເພາະມັນອອກແບບມາໃຫ້ໃຊ້ກັບການເກັບຂໍ້ມູນຂະໜາດໃຫຍ່ (big data) ຄຳສັ່ງໃນການ insert, update, remove , query ຢູ່ໃນ mongodb ກໍ່ມີຄຳສັ່ງສະເພາະທີ່ແຕກຕ່າງຈາກ sql ປານຟ້າກັບເຫຼວ ສຳລັບຂໍ້ມູນຄຳສັ່ງກໍ່ https://docs.mongodb.com/ ຫຼື mongodb university ທີ່ຈະໃຫ້ certificate (online)
ຫວັງວ່າຈະຊ່ວຍໄດ້