
ຜູ້ອ່ານເຄີຍສົງໄສບໍ່ວ່າເວລາເຮົາໃຊ້ Linux ແລ້ວຈະມີຕັ້ງຄ່າ “ສິດ” ຫຼື Permission ເປັນເລກ 777, 755 ,644 ຫຼື rwxrwxr-x , rw-rw-r–
ແລ້ວເຄີຍສົງໄສບໍ່ວ່າມັນແມ່ນຫຍັງ? ເປັນຫຍັງຄືໄດ້ເປັນເລກແບບນັ້ນ, ເປັນຫຍັງຄືໄດ້ເປັນໂຕໜັງສືແປກໆ?
ມື້ນີ້ເຮົາຈະມາໄຂຂໍ້ຄ່ອງໃຈນີ້ກັນເນາະ
ເຮົາມາເລີ່ມກັບ rwxrwxrwx ວ່າມັນແມ່ນຫຍັງ
ມັນແມ່ນການກຳນົດສິດໃຫ້ user ວ່າມີສິດເຮັດຫຍັງໄດ້ແດ່ໂດຍມີ r = read, w = write, x = execute
ຈະເຫັນໄດ້ວ່າມັນມີ rwx ຊ້ອນກັນ 3 ເທື່ອເນາະນັ້ນກໍ່ຄືການກຳນົດສິດໃຫ້ 3 ກຸ່ມຜູ້ໃຊ້ນັ້ນກໍ່ຄື
rwx rwx rwx
| | |
owner group other
ແລ້ວອັນ “ສິດ” ແລ້ວມີຂີດ “–” ມັນແມ່ນຫຍັງລ່ະ?
ຂີດ ໝາຍເຖິງບໍ່ມີຫຍັງ ນັ້ນກໍ່ຄືບໍ່ໃຫ້ສິດນັ້ນເອງຕົວຢ່າງ rw- ໝາຍເຖິງ ໃຫ້ສິດ ອ່ານ,ຂຽນ ແຕ່ ບໍ່ໃຫ້ສິດ ຣັນ ນັ້ນເອງ! ເກັດແລ້ວແມ່ນບໍ່!?
ເຮົາມາຕໍ່ກັນເລີຍກັບ ເລກຈຳພວກ 777, 755 ມັນແມ່ນຫຍັງ?
ທີ່ຈິງແລ້ວມັນກໍ່ຄື rwxrwxr-x ນີ້ນັ້ນລ່ະເນາະພຽງແຕ່ເຮົາເອົາຫລັກການຂອງການປ່ຽນ Binary -> Dec ມາຊ່ວຍປ່ຽນເປັນຕົວເລກເທົ່ານັ້ນ
ເພື່ອໃຫ້ເຫັນພາບໄດ້ຊັດເຈນຂຶ້ນ ມາເບິ່ງຕົວຢ່າງກັນເລີຍເນາະ
ໃຫ້ສັງເກດເບິ່ງວ່າຖ້າໂຕໃດທີ່ບໍ່ແມ່ນເຄື່ອງໝາຍຂິດເຮົາຈະນັບເປັນ 1 ໂຕໃດເປັນຂີດເຮົາຈະນັບເປັນ 0 ແລະ ກໍ່ຢ່າລືມແຍກອອກເປັນ ສາມສ່ວນ ຕາມກຸ່ມຂອງ user ນຳເດີ້
rwx r-x r-x
111 101 101
ແລ້ວເຮົາມາປ່ຽນເປັນ Decimal number ຫຼື ເລກຖານ 10 ກັນເລີຍ
111 = 4 + 2 + 1 = 7
101 = 4 + 0 + 1 = 5
101 = 4 + 0 + 1 = 5
ເຮົາກໍ່ຈະໄດ້ 755 ນັ້ນເອງ.
ຫວັງວ່າບົດຄວາມນີ້ຈະຊ່ວຍໃຫ້ຜູ້ອ່ານເຂົ້າໃຈກ່ຽວກັບ Permission ໃນ Linux ຫລາຍຂຶ້ນເນາະ
ໂອ້! ແລະສຸດທ້າຍຖ້າຜູ້ອ່ານເຫັນ d ທາງໜ້າ permission ນັ້ນແປວ່າອັນນັ້ນແມ່ນ directory ນັ້ນເອງ ຕຢ. drwxr-xr-x
ຂໍຂອບໃຈ.