ຂຶ້ນກັບວ່າສຳຄັນສຳຫຼັບໃຜ ໃຫ້ລອງຄິດຕາມ
ຖ້າເຮົາເປັນຫົວໜ້າບໍລິສັດໜຶ່ງ(ຫຼືຜູ້ເຮັດວຽກໃນການຄັດເລືອກບຸກຄະລາກອນ) ແລ້ວມີຄົນສະໝັກວຽກນຳເຮົາຫຼາຍພັນຄົນ, ຄຳຖາມແມ່ນເຮົາຈະຄັດເລືອກແນວໃດ ໜ້າຈະເດົາໄດ້ວ່າຄັດຈາກໃບປະກາດກ່ອນ ເພາະມັນບົ່ງບອກວ່າຄົນຜູ້ນັ້ນໄດ້ຖືກພື້ນຖານທີ່ຈຳເປັນຈາກມະຫາໄລນັ້ນມາແລ້ວ(ຫຼືພໍຮຽນຜ່ານໆ) ໃນຕອນນັ້ນໃບປະກາດກໍຈຳເປັນແລະເປັນທີ່ຕ້ອງການແລ້ວ
ແຕ່ບໍ່ແມ່ນທຸກຄົນທີ່ບໍ່ມີໃບປະກາດແລ້ວບໍ່ເກັ່ງ ສັ້ນໆກໍຄື ຍັງມີຄົນທີ່ເກັ່ງໂດຍບໍ່ຕ້ອງເອົາໃບມາໂຊໃຫ້ໃຜເຫັນ ເຂົາອາດຈະຫາປະສົບການນອກໂຮງຮຽນ ຫຼື ຈນກການຝຶກງານຕ່າງຈົນຄົນໃນແວດວົງນັ້ນຮູ້ຈັກ, ມັກປະໂຫຍກໜຶ່ງທີ່ຄົນຕ່າງປະເທດເຂົາເວົ້າວ່າ No one asks you your certificates, if you’re an expert.
ເວົ້າລວມໆ ໃບປະກາດຈະສຳຄັນແມ່ນຂຶ້ນກັບເຮົາເອົາມັນໄປໃຊ້ປະໂຫຍດຫຍັງ ຖ້າພຽງແຕ່ເອົາເປັນໃບປ້ອງກັນຕົວໃຫ້ແມ່ ເວລາຄົນຂ້າງບ້ານຖາມຫາການຮຽນຂອງລູກໆ ຫຼື ເອົາໄປສະໝັກວຽກພໍຫາເງິນໄດ້ກໍຂຶ້ນກັບເຈົ້າ
ແຕ່ຢ່າງໃບປະກາດກະມີຄວາມສຳຄັນແດ່ ຢ່າຟ້າວຕັດສິນວ່າບໍ່ສຳຄັນໃດ😅