ແຕ່ຫລ່ະຄົນນິ ເຮັດຄືເປັນເລື່ອງງ່າຍ ເວົ້າງ່າຍ ທີ່ບອກໃຫ້ລາວວ່າ "ບອກເລີຍ" ເບື້ອງຫຼັງມັນມີຫຍັງທີ່ສັບຊ້ອນກວ່ານັ້ນລາວຈຶ່ງບໍ່ກ້າບອກຈະດ້ວຍເຫດຜົນຫຍັງກະຢ່າທີ່ເຈົ້າບໍ່ກ້າບອກ ແຕ່ພໍຮອດປີສຸດທ້າຍແລ້ວ ຄວາມກ້າມັນຈະມາເອງດ້ວຍເງຶ່ອນໄຂຫຼາຍຢ່າງ ເພາະຂ້ອຍກະເຄີຍເປັນ ຕອນຮຽນມະຫາໄລ ສຸດທ້າຍກະບອກເຂົາໄປ ແລະ ເຂົາກໍ່ໂອເຄນຳເຮົາ ຄົບກັນໄລຍະຫນຶ່ງ ແລ້ວຮູ້ສຶກເຂົ້າກັນບໍ່ໄດ້ ກໍ່ເລີຍຈາກລາໂດຍດີ ເປັນຫມູ່ກັນຄືເກົ່າ ກັບມາທີ່ໂຕຂອງເຈົ້າ ເຈົ້າຈະຍອມເສຍເວລາຄືຂ້ອຍຮອດປີສຸດທ້າຍຈຶ່ງບອກ ຫຼື ຈະຫາກາລະໂອກາດດີໆບອກລາວຕັ້ງແຕ່ດຽວນີ້ ບໍ່ວ່າຈະຈົບແບບໃດ ມັນກໍ່ສວຍງາມເມື່ອເຮົາເບິ່ງກັບຄືນ ແລະຢາກບອກວ່າ ການສະແດງຄວາມຮັກຂອງແຕ່ລະຄົນມັນຕ່າງກັນ ເງື່ອນໄຂກໍ່ຕ່າງກັນ ສູ້ໆ!