ຂ້ອຍ .... ເຄີຍເປັນຄົນຕິດເກມ ຕິດເພິງຂັ້ນບາງມື້ນັ່ງຢູ່ຮ້ານເກມເຊົ້າ-ແລງ
ຈົມມາຮອດ ມ.ປາຍ ຂ້ອຍກະຍັງຕິດເກມຄືເກົ່າ ລະໄດ້ຄອມ ຕັ້ງແຕ່ນ້ອຍຈົນໃຫຍ່ ຂ້ອຍຫຼິ້ນແຕ່ເກມທີ່ຫຼິ້ນຟຣີ ແລ້ວຫາເງິນຈາກມັນໄດ້ ບາງເກມກະຫຼິ້ນເອົາມ່ວນ ແຕ່ກີ້ຕິດຄືໃນຄຼິບມີ ragnarok, MU, Yulgang, Audition ແລະ ອີກຫຼາຍໆເລີຍ. ເກມໂຢກັງອາໄສປ່ອຍບ໋ອທປະໄວ້ແລ້ວເອົາເງິນໃນເກມໄປຂາຍເອົາເງິນແທ້ມາໃຊ້. ເກມ Audition ຫຼິ້ນຟັງເພງເອົາມ່ວນ. ເກມອື່ນໆກະເນັ້ນຢາມຫາເຄື່ອງຂາຍ ຂາຍເງິນເອັມ ເງິນ zeny ນັ້ນນີ້ ຫະຫະຫະ ຈົນມາຮອດຊ່ວງຫວ່າງ 2 ປີຫຼັງ ຫຼິ້ນ summoners wars reset ໄອດີ ເອົາໂຕ 5 ດາວ ລະເອົາໄອດີໄປຂາຍເປັນ True money ມາຕໍ່ຍອດຊື້ steamwallet ໄວ້ ຫະຫະ ເກັບໄວ້ຫາເກມຜ່ອນຄາຍຫຼິ້ນແກ້ເຊັງ... ສຸດທ້າຍກະຢາກບອກໄວ້ວ່າ ເກມມຫນກະມີຜົນດີ ເຖິງຈະບໍ່ຫຼາຍທໍ່ຜົນເສຍ ແຕ່ກະຂຶ້ນນຳຄົນແລະ ວ່າສິເລືອກຫຼິ້ນເກມ ຈົມຢູ່ກັບເກມໄປຕະຫຼອດເລີຍບໍ່ ເພາະຖ້າຫຼິ້ນແລ້ວ ຫຼິ້ນເປັນອາຊີບເລີຍ ຫຼື ຫຼິ້ນເພື່ອບັນເທີງຊົ່ວຄາວ ເພາະເກມບາງເກມກະໃຫ້ຄວາມຮູ້ພ້ອມບັນເທີງ ... ຈາກຊີວິດເດັກໂຄດຕິດເກມ ສູ່ ນັກພັດທະນາສາຍກາກ (ນາມວ່າ: ນ້ອຍ)