ສ່ວນໃຫຍ່ແລ້ວ ຜູ້ຍິງມັກຈະຖືກຜູ້ຊາຍແຊັດໄປຫາ ເພື່ອລົມນັ້ນລົມນີ້ ຜູ້ຊາຍຫື່ນມັກຈະຂໍໃຫ້ຜູ້ຍິງເຮັດນັ້ນ ເຮັດນີ້ແລ້ວສົ່ງມາໃຫ້ເບິ່ງ(ຫມູ່ຜູ້ຍິງເຄີຍເຈິເທື່ອໜຶ່ງ). ແຕ່ທີ່ເກີດຂຶ້ນກັບ ຈຂກທ ມັນກົງກັນຂ້າມກັນເລີຍ.
.
ເລື່ອງມີຢູ່ວ່າ: ວັນທີ 22 ເດືອນ 12 ປີ 2018 ໄດ້ມີຜູ້ຍິງຄົນໜຶ່ງແອັດມາ ເພາະບໍ່ຮູ້ຈັກເລີຍບໍ່ຮັບ ແຕ່ເຂົາກໍແຊັດມາວ່າ can i ask?. ເຮົາກໍຕອບປະມານວ່າ ມີຫຍັງໃຫ້ຊ່ວຍບໍ່? ເຂົາກໍຕອບວ່າ ຢາກຮູ້ຈັກນັ້ນນີ້ ເຂົາສົ່ງ Friend Request ລະບອກໃຫ້ຮັບ. ມັນກໍດີຖ້າມີຫມູ່ຄົນຕ່າງປະເທດໄວ້ຝຶກພາສາ ກໍເລີຍຮັບແລ້ວໄປເບິ່ງປະຫວັດ ປະກົດວ່າ ເຂົາຢູ່ເມກາ .
.
ເຮົາເອງກໍບໍ່ຄ່ອຍເຊື່ອປານໃດ ເລີຍຖາມເຂົາວ່າ ເຂົາຫັ້ນເປັນຄົນດຽວທີ່ຢູ່ຮູບຫັ້ນບໍ່ ຫຼື ປອມໂຕໃສ່ຮູບຄົນອື່ນມາຕົ້ມຕຸນຄົນອື່ນ ຍ້ອນເຮົາຖາມຈັ່ງຊັ້ນ ເຂົາຈຶ່ງຊວນ Video Call.
.
ຍ້ອນເຮົາບໍ່ຮູ້ວ່າ ເຂົາແມ່ນໃຜ ເລີຍບໍ່ກ້າຮັບປາກ.
.
ແຕ່ຢູ່ຊ່ືໆເຂົາກໍສົ່ງຮູບ Selfie ເຂົາມາ ເປັນຮູບເຂົາແທ້ ແຕ່ເຮົາກໍຮູ້ດີວ່າ ຄົນຕ່າງປະເທດເຂົາອອກແນວໂຊຫ່າງກາຍ.
.
ເຮົາກະງົງໃນໃຈວ່າ ສົ່ງມາເຮັດຫຍັງບໍ່ໄດ້ບອກ ເລີຍບອກເຂົາວ່າ: ຂ້ອຍເປັນຄົນອາຊີທີ່ບໍ່ລຶ້ງກັບການເຫັນຜູ້ຍິງໃສ່ເສື້ອ ໂສ້ງແນວນັ້ນ ແລະບໍ່ຄວນສົ່ງມາແບບນີ້
.
ເຂົາກໍຕອບວ່າ ຂໍໂທດ
.
ແຕ່ເຂົາກະຍັງຊວນລົມຕໍ່ ເຮົາກໍຍິງ Topic ເລື່ອງການສຶກສາ ແລະວຽກ ເພື່ອທົດສອບສະຕິເຂົາເຈົ້າ. ເຫັນໄດ້ວ່າ ເຂົາກໍລົມດີຢູ່.
.
ແຕ່ພໍຮອດຍາມສິໄປນອນ ເພາະຕອນນັ້ນມັນກະເດິກເຕີບປະມານທ່ຽງຄືນ, ເຂົາເລີ່ມຖາມເຮົາເລື່ອງເພດ ແລະການຊ່ວຍໂຕເອງຕ່າງໆນາໆ
ທີ່ໂຫດສຸດແມ່ນ ເຂົາຖາມ Video Call ເພື່ອ .......... ( ຈົ່ງຕື່ມຂໍ້ຄວາມໃສ່ບ່ອນຈ້ຳເມັດ).
.
ຮູ້ສຶກຢ້ານ ລະກະ Shocked ໂຄດໆ ເລີຍຕອບວ່າ ສິນອນແລ້ວ ເຈົ້າຖາມເລື່ອງຫຍັງຂອງເຈົ້ານິ?
.
ແລ້ວ, ເຂົາກໍສົ່ງຮູບມາອີກຮູບໜຶ່ງ
.
ແຮງຢ້ານ ແຮງ Shocked ລະຍັງມາເຈິຮູບຜູ້ຍິງຖ່າຍຮູບຊ່ວງເທິງ ແຕ່ໃຊ້ມືປິດໄວ້. (ພໍຈິນຕະນາການອອກຢູ່ຕິ)
.
ແມ໊ງບ້າລະຫວານິ !!! ເລີຍແຊັດໄປປະມານວ່າ ກູໄປລະ !!!
.
ເຂົາຍັງຫນ້າຕອບມາອີກວ່າ ຂໍໂທດ ໃຫ້ຄິດສະວ່າ ມັນບໍ່ເຄີຍເກີດຂຶ້ນ...ກ
.
WTF !!!?????.
.
ເຮົາມິດ ແລ້ວຈົບແຊັດໜີ.
.
ມື້ຕໍ່ມາວັນທີ 23 ເດືອນ 12 ປີ 2018, ບອກຫມູ່ວ່າຈະເລົ່າເລື່ອງນີ້ສູ່ຟັງເລີຍ ເກັບແຊັດໄວ້.
.
ແຕ່ຮອດປະມານ 10 ເຂົາແຊັດມາອີກ ເຮົາກະບໍ່ຕອບ.
.
ຮອດວັນທີ 24 ເດືອນ 12 ປີ 2018, ໄປເລົ່າສູ່ຫມູ່ຟັງ ແລ້ວລົບ Chat ແລະ Block ເຂົາໄວ້.
#ຈັ່ງໃດກໍເປັນເລື່ອງອຸທາຫອນໃຫ້ແຕ່ລະຢ່າຮັບຫມູ່ຄົນບໍ່ຮູ້ໂລເລ ແລະກ່ອນຈະຕອບແຊັດຄົນບໍ່ຈັກ ກໍຄວນເບິ່ງໃຫ້ດີໆເສຍກອ່ນ ຖ້າຫາກວ່າ ຕອນນັ້ນເຮົາຕອບຕົກລົງ Video Call ນຳເຂົາ ເຂົາອາດຈະ Cap ຮູບຈໍໄປເຮັດໂລເລກໍເປັນໄດ້.
#ຢາກໃສ່ພາບປະກອບເພື່ອອ້າງອີງຄວາມຈິງ ແຕ່ມັນອາດຜິດກົດ laox ( ໃຜສົງໄສວ່າ ມັນແທ້ຫຼືບໍ່ ກໍສາມາດ comment ວ່າ inbox).
#ຖ້າໃຜຢາກຮູ້ວ່າ ຜູ້ຍິງຄົນນີ້ແມ່ນໃຜແທ້ໆ ສິໃຫ້ FB ທີ່ມີ censored : Ejbof Tdifsajohfs ( ໃຫ້ເລື່ອນໂຕອັກສອນແຕ່ລະໂຕ ກັບຫຼັງ 1 ຕົວອັກສອນ. // a ກັບຫຼັງເປັນ z )