ຖ້າຍັງລືມຜູ້ນັ້ນບໍ່ໄດ້ ຢ່າໄປຫາຜູ້ໃໝ່ເລີຍ ສົ່ງສານຂະເຈົ້າທີ່ຕ້ອງມາເປັນຕົວແທນຜູ້ນັ້ນທີ່ເຈົ້າຍັງອາໄລ ອາວອນເຂົາເຈົ້າຢູ່ ສຳລັບຂ້ອຍກໍ່ເຄີຍເປັນຄືກັນຕອນມະຫາໄລ
ຂ້ອຍບໍ່ບອກໃຫ້ເຈົ້າວ່າ "ລືມເຂົາສະ!" ລືມງ່າຍຂະໜາດນັ້ນຄົງບໍ່ແມ່ນຄົນແລ້ວ ແຕ່ແນະນຳໃຫ້ຢູ່ຄົນດຽວໄປກ່ອນ, ບໍ່ຕ້ອງມີໃຜເທື່ອ, ດູແລຕົວເອງ, ຢູ່ກັບໝູ່ເພື່ອນ, ເຮັດໃນສິ່ງທີ່ໂຕເອງຢາກເຮັດຕອນທີ່ມີແຟນແລ້ວເຮັດບໍ່ໄດ້-ໄປບໍ່ໄດ້ ກໍ່ເຮັດມັນເລີຍ, ຄິດທົບທວນກັບຊີວິດຜ່ານມາ ສະຫຼຸບແລ້ວ ເວລາມັນຈະເຮັດໃຫ້ເຈົ້າໝົດຮັກ ແລະ ໝົດຄວາມຕ້ອງການຜູ້ນັ້ນເອງ ບໍ່ລືມແຕ່ຈະກາຍເປັນຄວາມຊົງຈຳເກົ່າໆ ແລະ ປະສົບການ ເພື່ອໃຫ້ເຈົ້າເລີ່ມຕົ້ນກັບຜູ້ໃໝ່ ແລະ ຈະດີຂຶ້ນກວ່າເກົ່າ ຈາກທິດສະດີ "ຈຸດເຊື່ອມຕໍ່ຂອງ steve jobs" ຂໍ້ໃຫ້ໂຊກດີ 😊