ຈາກໄດ້ໄປຟັງ ຈີບສາວຢູ່ບາແຄມ ແລະ ລຸງຄົນນັ້ນໃຜກໍ່ຮູ້ (ດັດແປງມາຈາກ ເຮລີ ແລະ ບໍ່ໄດ້ໝາຍເຖິງນາຍຍົກໄທ) ກໍ່ເລີຍນຳໄປປະຕິບັດໃຊ້ລອງເບິ່ງ
ເອີ!...ເວີຍ ມັນໄດ້ຜົນເວີຍ!. ຂອບໃຈ ລຸງຄົນນັ້ນທີ່ໃຜກໍ່ຮູ້ ບອກວ່າຜູ້ຍິງເຂົາຕ້ອງການຄວາມຈິງໃຈ ແລະ ຊັດເຈນ ຄັນຈະໄປລົມເພື່ອຫວັງນອນນຳເຂົາ ຢ່າເລີຍ
ກິນເໝັນລອຍມາແຕ່ໄກແລ້ວ! ຄັນຈະເອົາແບບນັ້ນມີຫຼາຍຮ້ານໃຫ້ເລືອກຢູ່ໄປເລີຍ (ຊ່ວນແດ່ເດີ ຖຸ່ຍ!) ຖ້າເຮົາບໍ່ມັກຫຼືບໍ່ສົນໃຈກໍ່ບໍ່ຕ້ອງໄປຫຍຸງວຸ້ນວາຍຫຍັງໃຫ້ເສຍເວລາ ພໍຮູ້ຈັກໄວ້ຕາມຮີດຕາມຄອງກໍ່ແລ້ວ ແຕ່ຖ້າເຈີຄົນທີ່ສົນໃຈແລ້ວກໍ່ສະແດງມັນອອກມາເລີຍຄືຂ້ອຍ! ລາວບໍ່ແມ່ນຄົນງາມອີຫຍັງຫຼາຍ ຫຼື ລວຍ ຫຼື ໄຮໂຊ ຄົນທຳມະດາ ຫາກິນສູ້ຊີວິດ ແຕ່ພໍຮູ້ຈັກແລ້ວ ລາວມີບາງຢ່າງທີ່ຄ້າຍຄືຂ້ອຍອາດຈະເຫດຜົນນີ້ກໍ່ເປັນໄປໄດ້ທີ່ໃຫ້ສົນໃຈລາວ ແລະ ກໍ່ຕັດສິນໃຈຂໍ້ເບີ ຂໍ້ facebook ແຊດລົມກັນໄປ ເຄີຍໄປຫາ (ບໍ່ໄດ້ເຮັດຫຍັງເດີ ສູ່ຢ່າຄິດແນວບໍ່ດີ!! ປລ. ຕັດຄວາມຄິດພວກເວນໆໄວ້ກ່ອນ ບໍ່ໄດ້ເວົ້າຫຼີ້ນເວົ້າແທ້ ແລະ ຈິງຈັງ) ມັນຍິ່ງຊັດເຈນໃຫ້ຖືກໃຈຜູ້ນີ້ແຫຼະ ແລະ ແນ່ນອນຂ້ອຍລວມຄວາມກ້າສົດໆຮ້ອນບອກລາວໄປເລີຍວ່າໃຫ້ມັກເຈົ້າ ແລະ ຄຳຕອບທີ່ໄດ້ T && T= T ທີ່ມາຕັ້ງກະທູ້ນີ້ກໍ່ເພື່ອຢາກບອກໃຜຈັກຄົນ ແລະ ຢາກໃຫ້ຮູ້ວ່າ ຄວາມຮັກມັນບໍ່ໄດ້ເກີດພຽງແຕ່ເຫັນຮູບຮ່າງພາຍນອກ ຫຼື ສັບສິນ ຫຼື ຄວາມເກັ່ງ ແຕ່ມັນເກີດຈາກ ຫຍັງຈັກຢ່າງຢູ່ໃນໃຈເຮົາ(ຫ່າຫຍັງກະບໍ່ຮູ້) ຄວາມຮັກຂອງເຈົ້າເດເປັນແນວໃດ!? ຮັກເພາະຫຍັງ ຫນ້າຕາ ຫຼື ໃຈສັ່ງມາ!!!
