ສຳລັບຂ້າພະເຈົ້າເອງ ຄືນຂ້າມປີ ຂອງປີນີ້ກະຢູ່ກັບໝູ່4ຄົນກິນຊີ້ນດາດ ດື່ມໜ່ອຍໜຶ່ງ ໂທຫາຄອບຄົວ
ພໍກັບມາຮອດຫ້ອງກະເລື່ອນFacebook ຕາມປົກກະຕິເຫັນຫຼາຍໂພສ ນອນຂ້າມປີ, ເມົາຂ້າມປີ, ຕົກປາຂ້າມປີ, ເຮັດວຽກຂ້າມປີ, ສວດມົນຂ້າມປີ ອຶ່ນໆ ຫຼາຍໆ Moment ຄືວ່າພິເສດ ຫຼາຍສຳລັບຄືນນີ້ ທັງໆທີ່ກິດຈະກຳພວກນີ້ເກີດຂື້ນໄດ້ທຸກມື້ ເລີຍຄິດໃຈ ແມ່ນຫຍັງຄືຄວາມໝາຍຂອງຄວາມສຸກຂອງຄືນທີ່ພິເສດແບບນີ້