ສຳລັບຂ້ອຍຂ້ອຍຄິດວ່າການຕາຍຄືການນອນລັບແລະຟັນຍ່າວໆໄປເລີຍໆ ຫລື ວ່າຕົກຢູ່ໃນວັງວົນແຫ່ງຄວາມມືດ ຕາມຄວາມຄິດໂຕເອງ
ໃນທາງສາສະໜາພຸດ ຖ້າຕາຍແລ້ວກະໄປເກີດທີ່ພົບພູມອື່ນຕາມກັມຂອງຕົນ ເຊິ່ງອາດໄປເກີດເປັນມົດ ເປັນແມວ ເປັນເທວະດາ ເປັນສັດນະຣົກ ເປັນມະນຸດ ກະວ່າກັນໄປ
ສຳລັບຕອນຕາຍ ສຳຜັດທາງກາຍໃຈກະຄ່ອຍໆດັບລົງໄປ ແລ້ວກະບໍ່ຮູ້ສຶກໂຕອີກເລີຍ
ປະມານນັ້ນ
ການຕາຍຄືການດັບສູນຂອງຊີວິດ ຕາຍບໍ່ຄືກັບນອນ ເພາະຕອນນອນສະຫມອງຈະເຮັດວຽກ ເຮັດໃຫ້ມີການຝັນ ແຕ່ຕາຍແລ້ວບໍ່ມີສ່ວນໃດເຮັດວຽກ ມັນປຽບເຫມືອນຮ່າງກາຍເຮົາກາຍເປັນ ທ່ອນໄມ້ລ້າໆ ສະນັ້ນຍາມເມື່ອມີຊີວິດຢູ່ກໍຈົງມີສະຕິແລ້ວ ໃຊ້ຊີວິດມຫ້ຄຸ້ມຄ່າທີ່ສຸດ ເພາະຕາຍໄປກະບໍ່ມີຫມາໂຕໃດຈື່ເຮົາຄືເກົ່າ.
ຕາຍແລ້ວຮ່າງກາຍກໍ່ກາຍເປັນອິນຊີສານ ເນົ່າສະຫລາຍກາຍເປັນສະສານອື່ນ... ຄວາມຈໍາຄວາມນຶກຄິດກະສູນສະຫລາຍຫາຍໄປ... ເວັ້ນເສຍແຕ່ໄດ້ຖືກຖ່າຍທອດໄປໄວ້ນໍາລຸ້ນລູກຫຍັງໄປແລ້ວ... ສະນັ້ນກໍ່ຮັກສາສະພາວະຕອນຍັງບໍ່ຕາຍນີ້ໄວ້ໃຫ້ດີ. - ຫາກຕ້ອງການໄດ້ຍີນເຫດຜົນອື່ນ ອັນນັ້ນກໍ່ສຸດແລ້ວແຕ່ຄວາມເຊື່ອໃຜມັນ...
ຂໍຂອບໃຈທຸກທ່ານທີ່ມາໃຫ້ຄວາມຮູ້ 👍👍👍🙏