ມີ Spoil ເດີ ໃຜຍັງບໍ່ໄດ້ເບິ່ງ ບໍ່ຕ້ອງອ່ານ
ຢູ່ດີໆ ກະນັ່ງຄິດຕອນເຂົ້າຫ້ອງນ້ຳເຊົ້ານີ້ ລະຢາກມາລະບາຍວ່າ ຄິດວ່າ ແມ່ນ ພັດສອນ ກັບ ອີ້ ລູກຊາຍກົກ ເປັນຄົນຂ້າ ລຸງປະເສີດ (ບໍ່ໄດ້ confirm ແຕ່ຢາກແຕ່ງເລືອງມ່ວນໆ ຫລິ້ນ) 😁
ຈາກ ຕອນລ້າສຸດ ເຫັນວ່າ ມີຄວາມເປັນໄດ້ສູງ ທີ່ປະເສີດ ຖືກຍິງຕາຍ ໂດຍ ອຸບັດຕິເຫດ ເພາະຖືກຍິງທ້ອງ ຖ້າແມ່ນຖືກ ມືປືນຈ້າງມາຂ້າ ຕ້ອງຍິງເອິກ ຫລື ຫົວ. ແລະ ປືນ ກະຢູ່ຕຽງເຊິ່ງໃຜກະມາ ຈັບ ລະຍິງໄດ້.
ຖ້າໃຫ້ຄິດ ແບບ ເກມ ບອດ
- ຕອນນີ້ ຫນັງກຳລັງ ປິດບັງ ຫລັກຖານ ຂອງ ອີ້ ເຊິ່ງບໍ່ສາມາດລະບຸໄດ້ ວ່າຢູ່ໃສ່ ໃນຄະນະ ທີ່ ປະເສີດຖືກຍິງ, ແລະ ຍັງບໍ່ມີເຫດຈູງໃຈພຽງພໍ ໃຫ້ຕຳຫລວດສົງໄສ ອີ້
- ໂຕລະຄອນ ອີ້ ກຳລັງ ຊີ້ນຳຜູ້ເບິ່ງໂດຍ ການ ຊີ້ຜູ້ຮ້າຍ ຫລື ຕັ້ງໂຕເປັນສານເຕ້ຍ ໃຫ້ ຄົນເບິ່ງ ຄິດວ່າ ເມຍ ປະເສີດເປັນຄົນຂ້າ ຈາກຫລາຍຕອນທີ່ ພະຍາຍາມ ກ່າວຫາ ວ່າ ເມຍ ປະເສີດຂ້າແນ່ນອນ
- ເຊິ່ງເຫັນໄດ້ວ່າ ໂຕລະຄອນອີ້ ພາຍາຍາມເຮັດທຸກຢ່າງ ເພື່ອ ໃຫ້ຄົນເບິ່ງ ຫຼື ຄອບຄົວ ຄິດວ່າ ແມ່ນ ຄົນນັ້ນ ຄົນນີ້ ເປັນຄົນຂ້າ
- ອີ້ ມີຄວາມສະຫລາດ ແລະ ເບິ່ງຄືໂຕໂກງທີ່ສຸດລະໃນບັນດາ ຫລານ ອາກົງ ແຕ່ ບໍ່ນິ່ງພໍ ເລີຍ ພາຍາຍາມ ຊັກຈູງ ຄົນອື່ນ ໂດຍສະເພາະ ຜູ້ເບິ່ງ ໃຫ້ ຄິດ ວ່າແມ່ນ ຜູ້ນັ້ນ ຜູ້ນີ້ຂ້າ ເກີນໄປ ຈົນມີພິລຸດ ໃນແງ ຂອງເກມບອດ.
ມາເຂົ້າ ເລື່ອງເລີຍ
1. ພາຍຫລັງ ອາກົງ ຕາຍ ມໍລະດົກແບ່ງ ບໍ່ເທົ່າກັນ ເຮັດໃຫ້ ອີ້ ມີຄວາມບໍ່ພໍໃຈ
2. ມີສາກ ຕອນຍັງນ້ອຍ ທີ່ ອີ້ ຕວະ ໃຫ້ ພີດ ໄປຫລັກ ເງິນ ອາກົງ (ສາກນີ້ບົງບອກວ່າ ອີ້ ມີຄວາມເຈົ້າເລ້ ແລະ ສາມາດຢືມມືຄົນອື່ນເຮັດຜິດແຕ່ນ້ອຍ)
3. ພາຍຫລັງ ແມ່ ຖືກໄລ່ ອອກ ອີ້ ສະເໜີ ຊິເຂົ້າມາຊ່ວຍວຽກ ແມ່ ບໍລິຫານ ໂຮງແຮມ ອາດຈະບໍ່ກ່ຽວ ແຕ່ ອາດຈະ ແບບ ບອກວ່າ ອີ້ສາມາດ ບໍລິຫານ ໂຮງແຮມໄດ້ (ແຟນຂອງ ອີ້ ໜ້າຈະແມ່ນ ແຟນເກົ່າ ພີ້ດ, ພີ້ດອາດຈະຍາດມາ)
4. ພາຍຫລັງ ພັດສອນ ຜູ້ເປັນ ແມ່ ຖືກ ປະເສີດໄລ່ ອອກ ນ້ອງ ຂອງ ອີ້ໄດ້ ສົ່ງ ລາຍ ເຂົ້າມາໃນກຸມພີ່ນ້ອງ (ອີ້ໜ້າຈະເຫັນ ແນ່ນອນ)
5. ອີ້ໜ້າຈະຕາມມາ ຫ້າມແມ່ ລະເກີດການ ຍາດປືນຂຶ້ນ ລະປືນ ລັນໄປ ຖືກ ປະເສີດພໍດີ
6. ໂສ້ງເປື້ອນເລືອດ ຂອງ ພັດສອນ ຍັງບໍ່ ອະທິບາຍ ເປັນຫຍັງ ຈິງປ່ຽນໂສ້ງ ອາດຈະກ່ຽວ ຫລື ບໍ່ກ່ຽວກະໄດ້
7. ສຸດທ້າຍ ຂໍສະຫລູບວ່າ ອີ້ ໜ້າຈະເປັນຄົນມີ ສ່ວນຮ່ວມ ໃນການຂ້ານີ້ແນ່ນອນ ແຕ່ ໃຜເປັນຄົນຍິງແທ້ໆ ຫລື ມີໃຜອີກ ບໍ່ຮູ້ເທື່ອ ແຕ່ ກະປະມານນີ້ລະ ໄດ້ລະບາຍ ກະຟິນລະ 😃