ເນື່ອງຈາກແບບຟອມອກະສານຖາມວ່າຄວາມສາມາດນ້ອງແມ່ນຫຍັງ ?
ຖ້າໄດ້ຮັບຄັດເລືອກ ກະຕ້ອງໄດ້ໄປໂຊຄວາມສາມາດພິເສດຢູ່ສະຖານທູດອີກ? ຄັນຕ່າງແຂວງກະສິໃຫ້ສົ່ງເປັນວີດິໂອໂຊຄວາມສາມາດໃຫ້ເພິ່ນເບິ່ງ
ຄື ກິລາກະເປັນອີກຄວາມສາມາດໜຶ່ງ ຄັນມີຄວາມສາມາດລອຍນ້ຳເກັ່ງ ສິບໍ່ໄດ້ລອຍນ້ຳແຕ່ລະທ່າສົ່ງໃຫ້ເພີ່ນເບິ່ງຫວາ?
ບໍ່ເຂົ້າໃຈໃຜເປັນຄົນຄິດເລື່ອງນີ້ ເປັນຫຍັງຄືບໍ່ບອກຈຸດປະສົງຕົງໆໄປເລີຍ
ອ່ະ ສົມມຸດ ປະກາດຮັບສະໝັກນາຍແບບນາງແບບ ຄວາມສາມາດພິເສດ ຈະຕ້ອງມີ ບຸກຄະລິກດີ ເວົ້າເກັ່ງ ເວົ້າອັງກິດເກັ່ງງງງງງ ເປັນພິທີກອນໄດ້ ບໍ່ຕື່ນເວທີ ບໍ່ອາຍ ເຂົ້າສັງຄົມເກັ່ງງງງ ແກ້ໄຂວຽກສະເພາະໜ້າໄດ້ ຢາກໄດ້ຄົນແບບໃດກະລະບຸຕົວ...
ຄັນຂ້ອຍໄປຂຽນວ່າ ຄວາມສາມາດພິເສດຂ້ອຍຄືຂ້ອຍກິນເກັ່ງ ເລາະເກັ່ງ ຫາເງິນເກັ່ງຂ່າວເງິນກະເກັ່ງ ເຫຼົ້າເບຍປາບໄດ້ເມີດ! ເຂົາສິບໍ່ໄລ່ຂ້ອຍໄປເປັນນັກລີວິວອາຫານ ບໍ່ກະໄປເຮັດຄິບລົງຢູທູບນຳສະເໜີແຕ່ເລື່ອງໂຕເອງພຸ້ນຫວາ
ເຮີ້..... ອອກນ້ຳຂອງມາບັກໄກໆ ຍ້ອນຄວາມໃຈຮ້າຍຕໍ່ແບບຟອມ
ອ່ະ ຕາມນັ້ນ ມີຫຍັງແນ່ທີ່ມັນເປັນຄວາມສາມາດພິເສດ ທາງການ? ໃຊ້ຄຳນີ້ໄດ້ບໍ່ວ່ະ ເອີ້ ຕາມນີ້ແຫລະ ຄ້ານພິມລະ