ຕອບແບບສັ້ນເລີຍກໍແມ່ນ ເຮັດວີດີໂອລົງຢູທູບ. ເຮັດໃຫ້ຫຼາຍໆ, ຖ້າມີຄົນຕິດຕາມຫຼາຍ ກໍສ້າງລາຍໄດ້ໄດ້.
ຕອບແບບຍາວ: ຈາກປະສົບການແມ່ນສຳລັບຄົນລາວມັນບໍ່ງ່າຍທີ່ຈະສ້າງລາຍໄດ້ຈາກຢູທູບເພາະຄົນລາວຍັງບໍ່ຄ່ອຍໄດ້ໃຊ້ຢູທູບ ແລະ ຍັງບໍ່ນິຍົມເບິ່ງ content ທີ່ຄົນລາວເຮັດ (ຍ້ອນຫຍັງກໍບໍ່ຮູ້) ອີກຢ່າງແມ່ນຍັງບໍ່ມີ YouTube Partner Program ໃນລາວ ເພາະສະນັ້ນຖ້າຢ່າງ monetize (ສ້າງລາຍໄດ້) ຕ້ອງ monetize ຈາກ YouTube Partner Program ຂອງປະເທດອື່ນຊັ່ນ: ໄທ. ທີ່ເວົ້າມາບໍ່ແມ່ນວ່າເວົ້າໃຫ້ທໍ້ແຕ່ຢ່າງໃຫ້ສູ້ ຂ້ອຍກໍຢາກເຫັນ content ຂອງຄົນລາວຫຼາຍໆ ແລະ ກໍຢາກໃຫ້ຄົນລາວບໍລິໂພກສື່ຂອງຄົນລາວເອງ.