ຄື.....ເລື່ອງມີຢູ່ວ່າ ຂ້ອຍມີໝູ່ຄົນໜຶ່ງ ເປັນຜູ້ຊາຍ ພວກຂ້ອຍເປັນໝູ່ກັນໄດ້ປະມານສາມປີແລ້ວ ຕັ້ງແຕ່ຮຽນມະຫາໄລຯ ຄືພວກຂ້ອຍຮຽນນຳກັນທັງຕອນເຊົ້າ ກັບຕອນແລງທີ່ຮຽນພາສາອັງກິດ
ກ່ອນອື່ນບອກກ່ອນວ່າ ຕອນຮຽນຕອນເຊົ້າ ພວກຂ້ອຍຢູ່ຄົນລະກຸຸ່ມ ( ຄືມັນເປັນກຸ່ມເດັກຫຼັງຫ້ອງ ຫຼິ້ນເກມ ເຮົາເປັນເດັກຮຽນ ອິຫຍັງຊີ້555555 )
ພວກຂ້ອຍກະເປັນໝູ່ກັນປົກກະຕິແລະ ແຕ່ປະເດັນຄື ຕອນທີ່ມັນຢູ່ກັບກຸ່ມມັນນະ ມັນເຮັດຄືເປັນຄົນບໍ່ຮູ້ຈັກເຮົາເລີຍ ແບບບາງທີ ເຮົາປາກນຳ ກະບໍ່ຢາກປາກນຳ ບ່ອນໃດທີ່ມີເຮົາຢູ່ ມັນຈະບໍ່ຢາກມາ ທັ້ງໆທີ່ ຂ້ອຍກະສະໜິດກັບໝູ່ຄົນອື່ນທີ່ຢູ່ກຸ່ມມັນໃດ໋
ຕອນປີທຳອິດ ຕອນທີ່ບໍ່ໄດ້ຮຽນຕອນແລງນຳກັນ ກະບໍ່ໄດ້ໃສ່ໃຈຫຍັງໃດ໋ ກະຄິດວ່າມັນກະຄືຄົນສ່ວນຫຼາຍທີ່ຢູ່ໃນຫ້ອງທີ່ບໍ່ຄ່ອຍໄດ້ປາກນຳກັນ (ເຮົາກະຂີ້ຄຸຍຢູ່ແລ້ວ5555555)
ແຕ່ພໍໄດ້ມາຮຽນຕອນແລງ ພວກຂ້ອຍບັງເອີນວ່າມາຮຽນໂຮງຮຽນດຽວກັນ (ມັນມາຮຽນຄົນດຽວ ຂ້ອຍກະຄືກັນ ໝູ່ຂອງແຕ່ລະຄົນກະຮຽນຕ່າງໂຮງຮຽນ) ຕອນໄປສະເໜີຊື່ເຂົ້າຮຽນກະເຫັນມັນຢູ່ ແຕ່ບໍ່ກ້າໄປທັກ
ພໍຕອນມາຮຽນກະໄດ້ຮູ້ວ່າ ໄດ້ຢູ່ຫ້ອງດຽວກັນ ຕອນນັ້ນ ຕັດສິນໃຈແລ້ວ ວ່າຈະບໍຫຍິ່ງ ສິເຂົ້າໄປຊວນລົມ ຮາຮາຮາາາ ແຕ່ວ່າ ມັນເປັນຄົນມາຂໍນັ່ງນຳເຮົາເອງ ຮາຮາຮາາາາ
ມື້ນັ້ນກະໄດ້ລົມກັນ ໄດ້ຮູ້ຈັກກັນຫຼາຍຂຶ້ນ ແຕ່ພໍກັບມາຮຽນຕອນເຊົ້າ ມັນກະກັບເປັນຄືເກົ່າຄື ບໍ່ປາກນຳ ບໍ່ມັກເບິ່ງໜ້າ ຂີ້ຄຸຍໃສ່ ຕອນທຳອິດກະບໍ່ໄດ້ສັງເກດຫຼືຄິດຫຍັງຫຼາຍດອກ ແຕ່ພໍສະໜິດກັນຫຼາຍຂຶ້ນ ມັນກະເລີ່ມຮູ້ສຶກ ແລະ ບໍ່ເຂົ້າໃຈ.
ຕອນແລງກະສະໜິດກັນ ຫຼິ້ນນຳກັນ ຮຽນນຳກັນ ສະໜິດກັນຈົນແບບຫມູ່ຄິດວ່າເປັນແຟນກັນ :neutral_face: ແຕ່ພໍມາໂຮງຮຽນຕອນເຊົ້າ ມັນກັບຕ່າງ ແລະຂ້ອຍກະຮູ້ມາວ່າ ເວລາມັນຢູ່ກັບຫມູ່ກຸ່ມມັນ ມັນຈະບໍ່ປາກນຳຂ້ອຍ ເຮັດບໍ່ສົນຂ້ອຍ
ສັງເກດໄດ້ຈາກຕອນທີ່ພວກຂ້ອຍບັງເອີນຢູ່ນຳກັນສອງຕໍ່ສອງຫຍັງຊີ້ ມັນກະປາກນຳ ປົກກະຕິ ເປັນແນວນີ້ມາຕະຫຼອດທີ່ເປັນໝູ່ກັນ ຫຼືວ່າ ທີ່ມັນເຂົ້າຫາເຮົາ ລົມເຮົາ ມັນພຽງເຫງົາທີ່ມັນບໍ່ມີຫມູ່ ພໍມັນມີຫມູ່ມັນກະເທເຮົາ ເຮົາມີຄ່າພຽງແຕ່ຕອນມັນເຫງົາຫວາ ບໍ່ເຂົ້າໃຈເລີຍວ່າຄວາມສຳພັນແບບນີ້ເຂົາວ່າຫຍັງ ຂ້ອຍຄວນເຮັດແນວໃດດີ?
ປລ:ຂອບໃຈທີ່ອ່ານຈົນຈົບ ຕອນທຳອິດວ່າຈະບໍ່ໃຫ້ມັນຍາວແລ້ວ5555 ແຕ່ມັນກະຄັດສຸດໆໄດ້ເທົ່ານີ້ໂດຍບໍ່ໄດ້ເລົ່າວິລະກຳຫຼາຍໆອັນທີ່ມັນເຮັດໃຫ້ຂ້ອຍເທື່ອ ເພາະຮູ້ສຶກແຮງເລົ່າແຮງຄືນິຍາຍຂຶ້ນເລື້ອຍໆ😂 ແຕ່ມັນຄືເລື່ອງແທ້ ເກີດຂຶ້ນກັບຂ້ອຍແທ້ໆ ຂອບໃຈລ່ວງໜ້າທີ່ເຂົ້າມາຕອບ🙏