ຢາກເລົ່າ (ຄວາມຈິງຢາກດ່າ) ລົດເມນອນສາຍທາງວຽງຈັນ-ສະຫວັນນະເຂດ ຫຼ້າສຸດຕອນນີ້ (12.50 ໂມງ ກາງຄືນ) ລົດເພ ເຂົ້າເກຍບໍ່ໄດ້ ໄປບໍ່ຮອດໃສ ກາຍວົງວຽນດອນໜູນມາໜ້ອຍດຽວ ຫຼັງອອກຈາກຄິວມາແຕ່ 8.30 ໂມງແລງ.
ໃຜກໍຄິດວ່າຈະໃຊ້ເວລາແປງບໍ່ດົນ ແຕ່ປາກົດວ່າ ບໍ່ເປັນແບບນັ້ນ! ຄົນຂັບ ແລະ ຄະນະ ບໍ່ມີໃຜອ້າປາກບອກຜູ້ໂດຍສານວ່າເກີດຫຍັງຂຶ້ນ ກຳລັງເຮັດຫຍັງຢູ່ ຕ້ອງໄດ້ຖາມເອົາເອງ, ບໍ່ສະເໜີວິທີແກ້ໄຂx່າຫຍັງ (ເປັນໝົດທຸກຄັນ ທີ່ລົດເພ). ກະບໍ່ເຂົ້າໃຈວ່າມັນຍາກ ຫຼື ແນວໃດ ອ້າປາກອະທິບາຍ? ແນວນີ້ຍັງມາເຮັດວຽກບໍລິການໄດ້. ຈະເລີນຊາດ.
ສຸດທ້າຍນີ້ ຂໍຝາກເຖິງຜູ້ທີ່ຈະເດີນທາງໄປສະຫວັນນະເຂດຈາກນະຄອນຫຼວງວຽງຈັນ ຫຼື ຈາກນະຄອນຫຼວງວຽງຈັນຫາສະຫວັນນະເຂດໃຫ້ຫຼີກລົດເບີ 9299 & 3333.
ປລ. ລັກໄດ້ຍິນວ່າກັບຄິວກະບໍ່ໄດ້ ເພາະຢ້ານຄີວຮ້າຍ ງຶດເດະ.