ຄິດຫລາຍ ເຮັດວຽກຫລາຍ ອີ່ຫຍັງທີ່ມັນຫລາຍເກີນໄປ ແປວ່າຂາດຄວາມສຸກ ແມ່ນແທ້ບໍ່?
ຄວາມສຸກບໍ່ໄດ້ວັດແທກຈາກປະລິມານ ຢ່າເຂົ້າໃຈຜິດ ແຕ່ຄວາມສຸກວັດຄ່າຈາກການກະທຳນັ້ນເອງ
ການກະທຳຄື ອະລິຍະບົດ ໃນການໃຊ້ຊີວິດຂອງຄົນໆນັ້ນ ມັນຄືໂຕຕົນທີ່ແທ້ຈິງຂອງມະນຸດ
ຢ່າເອົາຄວາມບໍ່ສະຫງົບສຸກໃນຈິດໃຈຈາກການກະທຳຂອງເຮົາ ເປັນສູນກາງກຳນົດ ຄວາມສຸກໃນຈິດໃຈຈາກການກະທຳຂອງຄົນອື່ນເດັດຂາດ
ບໍ່ດັ່ງນັ້ນ ພາວະຂາດເຫດຜົນຈະຕິດໂຕຕົນຂອງເຮົາແບບບໍ່ຮູ້ໂຕ ກາຍເປັນ "ນິໄສ" ຖ້າບໍ່ປັບປ່ຽນຄວາມຄິດ ກໍຈະກາຍເປັນ "ສັນດານ" ນັ້ນເອງ
ໂຕຕົນຂອງເຮົາ ປ່ຽນໄປໃນທິດທາງ ທີ່ທ່ວງດຶງສັກກະຍະພາບຂອງຕົນເອງໄວ້
"ສັນດານ" ແກ້ຍາກກວ່າ "ນິໄສ"
"ນິໄສ"ແກ້ຍາກກ່ອນ "ເຫດຜົນ"
ສ່ວນ "ເຫດຜົນ" ນັ້ນ, ພຽງເສີ່ມສ້າງດ້ວຍຄວາມບໍ່ຮູ້ ກໍຈະຮູ້ແລ້ວ
ກາຍເປັນຄົນມີເຫດຜົນຕາມມາ
ສົ່ງຜົນບວກ ຕໍ່ນິໄສ ກັບຄືນຫາສັນດານຂອງເຮົາ
ເມື່ອຄົນມີເຫດຜົນ ສັກກະຍະພາບຂອງຄົນກໍຈະເຕີບໂຕຂຶ້ນ
ປະເທດກໍຈະມີ ນະວັດຕະກຳໃຫມ່ໆເກີດຂຶ້ນຕາມມາ
ນີ້ກໍເປັນຕົວຢ່າງຫນຶ່ງ ທີ່ສະທ້ອນເຖິງ ການວາງຂອບເຂດພາຍໃນສັງຄົມບ້ານເຮົາ ທີ່ທຸກຄົນໃຫຍ່ມາໃນສິ່ງແວດລ້ອມ ທີ່ລ້ວນແຕ່ໄດ້ຍິນຄຳບອກເຕືອນຂ້າງລຸ່ມນີ້ວ່າ:
- ຄິດຫລາຍຂາດຄວາມສຸກ
- ເຮັດວຽກຫລາຍຂາດຄວາມສຸກ
ແລະ ອື່ນໆ
ສະຫລຸບບົດຄວາມນີ້ ຢາກສື່ວ່າ ຄວນຫາຕົນເອງໃຫ້ເຫັນວ່າຄວາມສຸກຂອງເຮົາເກີດມາຈາກຫຍັງກັນແທ້ ເພາະຄວາມສຸກຂອງຄົນເຮົາ ມີຮູບແບບທີ່ແຕກຕ່າງກັນ
ເມື່ອຄົ້ນພົບເຫັນແລ້ວ ການເຮັດຫຍັງໃນຊີວິດ ກໍຈະງ່າຍຂຶ້ນເອງ ໂດຍບໍ່ມີຂອບເຂດຫຍັງ ຄອບງຳຄວາມຄິດເຮົາໄວ້
ພາວະຂາດເຫດຜົນຈຶ່ງຈະຫລຸດລົງໃນສັງຄົມ
ປັນຫາການວາງຂອບເຂດ ຈຶ່ງເປັນປັນຫາທີ່ໃຫຍ່ທີ່ສຸດ ທີ່ຜູ່ຄົນສ່ວນໃຫຍ່ເບິ່ງຂ້າມ ໃນສິ່ງແວດລ້ອມນີ້
ເຮົາຫນີຄວາມຈິງບໍ່ໄດ້ ຖ້າປະເທດຂອງເຮົາ ຢາກມີບົດບາດໃນໂລກ ກໍຄວນໃຫ້ຄວາມສຳຄັນເລື່ອງນີ້ມາເປັນອັນດັບທຳອິດ
ເພາະທຸກມື້ນີ້ ເຮົາຕິດທ້າຍຕາຕະລາງຂອງໂລກແມ່ນຫລືບໍ່? ທຸງປະເທດລາວເຮົາ ຄົນໃນໂລກນີ້ ຮູ້ຈັກຫນ້ອຍຫລາຍພຽງໃດ?
ມັນສະທ້ອນເຖິງ ຄ່ານິຍົມຕໍ່ຊາດຂອງເຮົານັ້ນເອງ
"ປະເທດເກີດມາຈາກຫຍັງ ຖ້າບໍ່ແມ່ນຄົນສ້າງ"
ຄົນລາວໃນອານາຄົດ ກໍສ້າງສາພັດທະນາຫຍັງຫລາຍຢ່າງຂຶ້ນມາ ທີ່ມີປະສິດທິພາບເທົ່າທຽມກັບປະເທດອ້ອມຂ້າງໄດ້
ນີ້ຄືມຸມມອງສ່ວນໂຕຂອງເຮົາ ກ່ຽວກັບຂໍ້ເສຍ ການວາງຂອບເຂດທາງຄວາມຄິດ
ຖ້າຢາກເຫັນການພັດທະນາທີ່ແຕກຕ່າງ ຢ່າເອົາຄວາມຄິດຂອງເຮົາເປັນຈຸດສູນກາງ
"ເຮົາທຳລາຍທຸກຢ່າງໄດ້
ແຕ່ທຳລາຍເຫດຜົນ ທີ່ຄົງຢູ່ບໍ່ໄດ້"
"ເຫດຜົນ" ຈື່ງບໍ່ມີວັນຕາຍໄປຈາກໂລກນີ້