ພາບລວມລະບົບ = ຄວາມເປັນປະເທດ
ລະບົບທີ່ດີຄືຫຍັງ
ບົດຄວາມຕໍ່ໄປນີ້ ຈະອະທິບາຍໃຫ້ເຫັນພາບລວມຂອງລະບົບຫລາຍຂຶ້ນ
ເປັນຫຍັງລະບົບຈຶ່ງສຳຄັນ?
ແບບຢ່າງທີ່ດີກວ່າຄົນ ຄືລະບົບ
ເພາະຄົນເປັນຜູ້ສ້າງລະບົບ
"ລະບົບປຽບດັ່ງຫລັກຖານ ຈາກການກະທຳຂອງຄົນ"
ລະບົບຈຶ່ງສົ່ງຜົນກັບຄືນມາຫາຄົນ
ລະບົບທີ່ດີ ຈະໄວ້ຄວບຄຸມຄົນຊົ່ວ ປົກປ້ອງຄົນດີ
ລະບົບເທົ່ານັ້ນ ຄືໂຕຊີວັດ ວ່າໃຜຈະຢູ່ ໃຜຈະໄປ ວ່າໃຜພະຍາຍາມ ວ່າໃຜບໍ່ພະຍາຍາມ ວ່າໃຜພັດທະນາ ວ່າໃຜບໍ່ພັດທະນາ ວ່າໃຜບໍລິສຸດ ວ່າໃຜບໍ່ບໍລິສຸດ
ໃນເກມກິລາບານເຕະ ສະໄຫມກ່ອນ ກຳມະການຄືຜູ່ຕັດສິນເດັດຂາດ
ແຕ່ມາເຖິງສະໄຫມນີ້ ກຳມະການຄົນໃດ ຕັດສິນບໍ່ທ່ຽງຕົງ ກຳມະການຄົນນັ້ນຕ້ອງຖືກລົງໂທດ ຈາກພາບເຄື່ອນໄຫວ ທີ່ຖືກຖ່າຍເກັບໄວ້ ເປັນຫລັກຖານໃນລະບົບ (ເທັກໂນໂລຊີ ເຂົ້າມາມີບົດບາດໃນລະບົບຫລາຍຂຶ້ນ)
ນີ້ຄືແບບຢ່າງ "ລະບົບ" ອອກແບບມາດີ ເກມກິລາກໍດີຕາມ
ຖ້າລະບົບບໍ່ດີ ເກມກິລາກໍຂາດການພັດທະນາ
ໂລກນີ້ບໍ່ມີຄວາມທ່ຽງຕົງ ຄົນທີ່ບອກລືມຄິດໄປວ່າ
ຄົນເປັນຜູ່ກຳນົດໂລກ
ສະນັ້ນ ສຳລັບເຮົາແລ້ວ ລະບົບທີ່ດີ ຈະເຮັດໃຫ້ປັນຫາຕ່າງໆໃນສັງຄົມຫລຸດລົງ
ສ່ວນຄົນ ຈະດີ ຫລື ບໍ່ດີ ເກັ່ງ ຫລື ບໍ່ເກັ່ງ ແມ່ນປັນຫາຂອງຈິດສຳນຶກ ປັນຫາຂອງສັກກະຍະພາບ ແລະ ປັນຫາເລົ່ານີ້ ສາມາດແກ້ໄຂໄດ້ ທີ່ "ລະບົບ"
ລະບົບເທົ່ານັ້ນ ຈະເຮັດໃຫ້ "ຂໍ້ອ້າງ" ຫລຸດລົງໃນສັງຄົມ ແລະ ເຫັນຄວາມຈິງຫລາຍຂຶ້ນ (ລະບົບອອກແບບມາເພື່ອເປັນຈຸດສູນກາງ ພ້ອມທັງສົ່ງເສີມຜູ່ຄົນ)
ສ່ວນຄົນດີ ແຕ່ຂາດການພັດທະນາ ກໍຊ່ວຍຊີວິດເຂົາໄດ້ເຊັ່ນກັນ ຖ້າລະບົບດີພໍ
ສ່ວນຄົນບໍ່ດີ ກໍສາມາດປ້ອງກັນໄດ້ ຖ້າລະບົບແຂງແຮງນັ້ນເອງ
ສະຫລຸບປັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ "ເກີດຈາກລະບົບ"
ພັດທະນາລະບົບໃຫ້ດີຂຶ້ນ ສິ່ງແວດລ້ອມກໍດີຕາມມາ
"ສຸດຍອດຂອງສຸດຍອດລະບົບ ຄື ຜູ່ອອກແບບລະບົບຕ້ອງຮັບຜິດຊອບ ຈາກລະບົບທີ່ຂາດປະສິດຕິພາບນັ້ນເອງ"
ນິຍາມ "ຄວາມເປັນລະບົບ" ເຈົ້າ