ໃຊ້ຄອມພິວເຕີມາ 20 ປີ ມາຮອດວັນສຸກແລ້ວນີ້ຫາກໍຮູ້ວ່າ USB Root Hub ແມ່ນຫຍັງ ແລະ ມັນຈ່າຍໄຟໄດ້ຈຳກັດ!
ເຂົ້າໃຈງ່າຍໆກໍຄືສົມມຸດຄອມເຮົາມີ USB 8 ຮູ, ແຕ່ລະຮູມັນສິຂຶ້ນກັບ USB Root Hub ທີ່ຕ່າງກັນ. ບາງບອດກໍບໍ່ໄດ້ຮຽງກັນມາດີໆ
ບາງທີຮູຂ້າງກັນ ອາດໃຊ້ຄົນລະ Hub, ແຕ່ບາງຮູທີ່ຢູ່ໄກກັນເສືອກໃຊ້ Hub ດຽວກັນ.
ບັນຫານີ້ຈະບໍ່ຄ່ອຍມີກັບ laptop ແຕ່ສຳລັບ PC ສ່ວນໃຫຍ່ໃນປັດຈຸບັນແມ່ນມັກຈະມີຮູ USB ມາໃຫ້ຫຼາຍກວ່າ Hub ຈະຈ່າຍໄຟໄດ້ພໍ.
ສິ່ງທີ່ຄວນຮູ້
USB Root Hub ແຕ່ລະອັນຈະຈ່າຍໄຟໄດ້ແຕ່ 500 mA.
- Mouse ຫຼື Keyboard ຈະໃຊ້ໄຟປະມານ 100 - 400 mA ຂຶ້ນກັບອຸປະກອນ.
- Webcam ໃຊ້ 400 - 500 mA ເຮັດໃຫ້ຫາກເຮົາສຸບມັນເຂົ້າ Hub ດຽວກັນກັບອຸປະກອນອື່ນ ມັນຈະຍາດໄຟກັນ ແລະ ເຮັດໃຫ້ອຸປະກອນມັກຄ້າງ ຯລຯ.
ວິທີການເບິ່ງ Hub ແຕ່ລະອັນເຊື່ອມຕໍ່ກັບອຸປະກອນໃດຢູ່
1. ເປີດ Device Manager ຂຶ້ນມາ (ກົດປຸ່ມ Windows + Pause Break)
2. ໄປທີ່ Universal Serial Bus Controller ເຮົາຈະເຫັນວ່າຄອມເຮົາມີ USB Root Hub ຈັກອັນ

- ໃຫ້ເຮົາກົດເບິ່ງແຕ່ລະ Hub ວ່າມັນເຊື່ອມຕໍ່ຢູ່ຈັກອຸປະກອນ? ແລະ ແຕ່ລະອັນໃຊ້ໄຟລວມກັນເກີນ 500 mA ຫຼືບໍ່?

ສັງເກດ Webcam ຈະຈອງໄຟໄວ້ສູງຈົນເຕັມ 500 mA ເພື່ອໃຫ້ bandwidth ພໍໃນການໃຊ້ງານໄດ້ເຕັມທີ່. ຫາກເຮົາສຸບເຂົ້າຮ່ວມກັບ Hub ທີ່ຈ່າຍໄຟໃຫ້ອຸປະກອນອື່ນຢູ່ ມັນກໍອາດຈະຫຼຸດໄຟລົງ ເຊິ່ງຄຸນນະພາບຂອງຮູບກໍຈະຫຼຸດລົງ.

ຫາກເຮົາມີ Hub ໃດທີ່ຈ່າຍໄຟເກີນ 500 mA ບາງຄັ້ງຄອມເຮົາອາດຈະມັກຄ້າງ, ອຸປະກອນມາໆດັບໆ ຫຼື ຈະມີໜ້າຈໍເດັ້ງຂຶ້ນມາວ່າ "USB Controller Bandwidth Exceeded"