ແລ້ວແຕ່ສະຖານະການ:
ຖ້າເຂົາຮັກກັນດີ, ແຕ່ໂຕຢາກສຽບກາງ. ນີ້ກໍກໍລະນີໜຶ່ງທີ່ຕ້ອງໄດ້ຕັດສິນໃຈ.
ຖ້າຜູ້ໜຶ່ງຮັກທັງແຟນເຂົາ ແລະ ເຮົາ (ດ້ວຍເຫດ ແລະ ຜົນ ປົນຄວາມຮູ້ສຶກອັນໃດກໍຕາມແຕ່). ນີ້ກໍອີກກໍລະນີໜຶ່ງ.
ຖ້າຜູ້ທີ່ມີໃຈໃຫ້ເຮົາໝົດຮັກແຟນເຂົາແລ້ວ, ແຕ່ບໍ່ສາມາດອອກມາໄດ້ດ້ວຍກໍລະນີໃດກໍຕາມແຕ່. ນີ້ກໍອີກກໍລະນີໜຶ່ງ.
ຖ້າຜູ້ທີ່ເຮົາມັກຍັງນັກແຟນເຮ້ຍໆຂອງເຂົາຢູ່, ແລ້ວເຮົາຢາກເຂົ້າໄປ "ດູແລ" ເຂົາ. ນີ້ກໍອີກກໍລະນີໜຶ່ງ.
ບໍ່ມີໃຜທີ່ສາມາດຊ່ວຍເຈົ້າຕັດສິນຊີວິດຮັກຂອງເຈົ້າໄດ້ດີກວ່າເຈົ້າ ແລະ ຄົນທີ່ກ່ຽວຂ້ອງດອກ. ການຕັດສິນໃຈແບບໃດກໍມີຜົນຮ້າຍ ແລະ ດີມາເປັນຄູ່ໃນກໍລະນີແນວນີ້. ຖາມໃຈໂຕເອງຫັ້ນລະ. ວິເຄາະຄັກໆເຖິງຄວາມຄຸ້ມ, ຄວາມຮູ້ສຶກ ແລະ ສາມາດຍອມຮັບຜົນທີ່ອາດຈະຕາມມາໃນຫຼາຍຮູບແບບໄດ້ ຫຼື ບໍ່. ຫຼັງຈາກນັ້ນກໍຕັດສິນໃຈເຮັດໂລດ. ອະນາຄົດບໍ່ມີຫຍັງທີ່ແນ່ນອນ.