ກ່ອນອື່ນໝົດ ເປີດໄຟລ໌ Binary ໃດໜຶ່ງດ້ວຍ vi
vi ch1.bin
ກົດ : ແລ້ວພິມ %!xxd ດັ່ງຕົວຢ່າງລຸ່ມນີ້
:%!xxd
ຈາກນັ້ນ vi ກໍຈະເຂົ້າສູ່ໂໝດການ edit ແບບ hex ຕໍ່ໄປເຮົາກໍພຽງແຕ່ກົດ I ເພື່ອເຂົ້າໂໝດ Insert ສຳລັບການແກ້ໄຂ ຖ້າແກ້ໄຂສຳເລັດແລ້ວກົດ esc ບາດໜຶ່ງແລ້ວກົດ : ແລ້ວພິມ %!xxd -r ດັ່ງຕົວຢ່າງ
:%!xxd -r
ແລ້ວ vi ກໍຈະກັບມາໜ້າເກົ່າ ເຮົາກໍດຳເນີນການ save ຂໍ້ມູນແບບ vi ທຳມະດາດ້ວຍ : ແລ້ວພິມ wq
:wq
ຮູບປາກອບ - ![](https://forum.laox.la/assets/files/2019-02-20/1550684749-882952-screen-shot-2019-02-21-at-124608-am.png)
#ການນຳໃຊ້ໂໝດ Hex editor ໃນ Vi text editor