ຂ້ອຍກະເປັນຄົນໜຶ່ງທີ່ບໍ່ດື່ມເຫຼົ້າເບຍ ແຕ່ກະເຂົ້າສັງຄົມໄດ້
ທຸກມື້ນີ້ ຂ້ອຍກະຢູ່ທ່າມກາງຜູ້ຄົນເຫຼົ່ານັ້ນ ຊວນກິນເຫຼົ້າເບຍ ແຕ່ກະປະຕິເສດທຸກຄັ້ງ ເຊິ່ງແນ່ນອນວ່າ ບໍ່ມີໃຜມາບັງຄັບໃຫ້ເຮົາດື່ມໄດ້ ຖ້າເຮົາບໍ່ຕ້ອງການ ແລະ ເຂົາເຈົ້າກະບໍ່ໄດ້ເວົ້າວ່າແນວໃດ ເພາະຮູ້ນິໄສຂ້າພະເຈົ້າດີ (ເຖິງບໍ່ຮູ້ ເພິ່ນກະບໍ່ບັງຄັບ), ມີຢູ່ຫຼາຍໆເທື່ອທີ່ເຂົາເຈົ້າບາງຄົນບອກໃຫ້ກິນເບຍ ແຕ່ຂ້ອຍກະບໍ່ສົນ ເພາະຂ້ອຍຄິດວ່າເຮົາບໍ່ຈຳເປັນຕ້ອງເຮັດໄປຕາມກອບທີ່ເຂົາເຈົ້າຕີໄວ້ ເຮົາກະຢູ່ໃນສັງຄົມໄດ້
ຈັ່ງໃດ ຂ້ອຍກະບໍ່ໄດ້ຖືສາວ່າຮ້າຍເຂົາເຈົ້າ ແລະ ຍອມຮັບແບບທີ່ເຂົາເຈົ້າເປັນຢູ່ ຄິດສາວ່າເຮົາຄວນຍອມຮັບຄວາມແຕກຕ່າງໃນສັງຄົມ ເຮົາກະມີແບບແຜນດຳລົງຊີວິດແບບເຮົາ ເຂົາກະມີແບບເຂົາ ປະມານນີ້