![](https://forum.laox.la/assets/files/2019-04-26/1556259957-83930-46451034-2347600448586827-5707821909282914304-o.jpeg)
ສຳລັບໃຜສາຍ Digital art ທີ່ເຄີຍໃຊ້ແທັບເລັດແຕ້ມຮູບກໍໜ້າຈະຮູ້ຈັກບັນດາຍີ່ຫໍ້ Wacom ກັນແດ່ ເພາະເປັນຍີ່ຫໍ້ທີ່ຄອງຕະຫຼາດມາດົນ ແລະ ຄຸນນະພາບຢາກວ່າບໍ່ມີໃຜໃກ້ໄດ້ປານໃດ, ແຕ່ເນື່ອງຈາກ Wacom ຮຸ່ນທີ່ເປັນຈໍຜັດຍັງແພງຫຼາຍຢູ່ ແພງແບບໂຄດໆ... ຈົນເຮັດໃຫ້ບໍລິສັດຈາກຈີນ ຫາໂອກາດເປີດຕະຫຼາດໃໝ່ໄດ້ ໂດຍໂດດເດັ່ນສຸດໆກໍຍີ່ຫໍ້ Huion ນີ້ລະ ໂດຍສະເພາະຮຸ່ນທີ່ຄົນຮືຮາກັນຫຼາຍໃນວົງການແຕ້ມຮູບກໍແມ່ນ Huion GT-220 ນີ້. ຫຼັງຈາກຜູ່ຂຽນໄປສອບຖາມບັນດານັກແຕ້ມທີ່ພໍຮູ້ຈັກ ແລະ ອ່ານຣີວິວອອນລາຍກໍເຫັນວ່າຄຳເຫັນອອກມາຄືກັນໝົດວ່າ ດີໂຄດ, ຄຸ້ມໂຄດ.
![](https://forum.laox.la/assets/files/2019-04-26/1556261408-844582-46469312-2347600248586847-3120656429057310720-o.jpeg)
ສຳລັບ Huion GT-220 v2 ທີ່ຜູ່ຂຽນຊື້ມາໃຊ້ແມ່ນສັ່ງຈາກເວັບ AliExpress ພໍດີຊ່ວງນັ້ນເພິ່ນ sale ເນື່ອງໃນວັນຫຍັງຈັກຢ່າງຂອງຈີນ ທີ່ມັນຄ້າຍໆ Black Friday ເລີຍໄດ້ມາໃນລາຄາ $400 ຮວມຄ່າຂົນສົ່ງພ້ອມ.
ຫຼັງສັ່ງໄປເຄື່ອງກໍມາຮອດໃນເວລາ 7 ມື້ ຜ່ານການສົ່ງ Fed-Ex (ຖືກພາສີພ້ອມ ຮະຮະ)
![](https://forum.laox.la/assets/files/2019-04-26/1556260210-994743-46496197-2347600535253485-1965654188889210880-o.jpeg)
![](https://forum.laox.la/assets/files/2019-04-26/1556260214-872501-46473875-2347600641920141-3898146106357317632-o.jpeg)
ການແພັກຈັດສົ່ງ ໂຫດຫຼາຍ ໃສ່ກ່ອງໄມ້ກັນໄວ້ໝົດ ບໍ່ແຕກແນ່ນອນ ຮະຮະ.
ສິ່ງທີ່ມັກຫຼາຍແມ່ນຂອງແຖມທີ່ມີປະໂຫຍດສຸດໆບໍ່ວ່າຈະເປັນ ຖົງມື, ບິກ 2 ກ້ານ ແລະ ຫົວບິກເສີມ.
ເຊິ່ງບິກຂອງຮຸ່ນນີ້ຈະເປັນບິກແບບສາກໄຟ ເຊິ່ງສາກເຕັມເທື່ອ 1 ໃຊ້ໄດ້ປະມານ 1 ເດືອນ.
ຂອງແຖມມີຕາມຮູບນີ້:
![](https://forum.laox.la/assets/files/2019-04-26/1556260429-551267-htb1ybwkscuybunksmryq6aa3pxa2.jpeg)
![](https://forum.laox.la/assets/files/2019-04-26/1556260683-454627-46514468-2347600161920189-6559502198818996224-o.jpeg)
![](https://forum.laox.la/assets/files/2019-04-26/1556261469-998007-47432155-2372322299447975-2920151292502343680-o.jpeg)
ບໍ່ເວົ້າຍາວຫຼາຍຕໍ່ມານີ້ແມ່ນຣີວິວສັ້ນໆຫຼັງຈາກໃຊ້ມາ 3 ເດືອນເລີຍ:
ດີ:
- ແຖມຖົງມືແຕ້ມຮູບ, ກັນບໍ່ໃຫ້ມືໜຽວຕິດ ຫຼື ເຫື່ອຕິດໜ້າຈໍ ເຊິ່ງເປັນສິ່ງທີ່ຄົນແຕ້ມໃສ່ຈໍທຸກຄົນຕ້ອງມີ.
- ລະດັບຂົ່ມ 8192 ລະດັບ. ໂດຍສ່ວນຕົວເຄີຍແຕ່ໃຊ້ 2000 ກວ່າລະດັບ ມາເຈິອັນນີ້ ຢາກວ່າໂພດ ສະໃຈດີ ມັນເຮັດໃຫ້ລາຍເສັ້ນເຮົາມີມິຕິຂຶ້ນຫຼາຍ.
- ຈໍ IPS ໃຫ້ສີເປະ 90% ໂດຍບໍ່ຕ້ອງ calibrate ສີ, ຫາກ calibrate ຈະໄດ້ 95% ຖືວ່າໃຊ້ຈໍດຽວຢາກວ່າຈົບ (ແຕ່ຮູ້ສຶກຍັງບໍ່ດີເທົ່າຈໍ IPS AOC ທີ່ໃຊ້ປະຈຳຢູ່ເຮືອນ
- ການແຕ້ມໃສ່ຈໍແມ້ນສົມຄວນ ບໍ່ຄ່ອຍມີຫຍັງໃຫ້ຕິ
ອ່ອນ:
- ຟິມຕິດໜ້າຈໍທີ່ແຖມມາໜາ ແລະ ມົວຫຼາຍ, ມັນອາດໃຫ້ຄວາມຮູ້ສຶກຄືແຕ້ມໃສ່ເຈ້ຍໄດ້ດີ ແຕ່ມັນເຮັດໃຫ້ຮູບໃນຈໍມົວໆ. ຫາກແຕ້ມຂາວດຳພໍທົນໄດ້ ຫາກແຕ້ມສີ ບາຍໆ. ສະຫຼຸບສຸດທ້າຍໄດ້ສັ່ງອອນລາຍອັນໃໝ່ມາດີກວ່າ.
- ບ່ອນພອດຕໍ່ສາຍໜ້າຈໍຢູ່ທາງກ້ອງແທັບເລັດທີ່ວາງຕຳແໜ່ງມາແປກໆ ເຊິ່ງເວລາເຮົາປັບໃຫ້ໜ້າຈໍນອນລົງຕິດກັບໂຕະ ຈະເຮັດໃຫ້ຈໍທັບກັບສາຍ ເຮັດໃຫ້ຈໍເໜັງໄປມາໜ້ອຍນຶ່ງເວລາແຕ້ມ ແລະ ສາຍທີ່ພັບແບບນັ້ນເລື້ອຍໆສາຍອາດເພໄດ້ ສະນັ້ນບໍ່ຄ່ອຍເໝາະຫາກໃຜມັກແຕ້ມແບບໃຫ້ຈໍນອນລົງພຽງກັບໂຕະຄືແຕ້ມໃສ່ເຈ້ຍ (ເບິ່ງຮູບທາງລຸ່ມປະກອບ)
![](https://forum.laox.la/assets/files/2019-04-26/1556261182-332106-huion-gt220-19.jpeg)
![](https://forum.laox.la/assets/files/2019-04-26/1556261182-368281-huion-gt220-22.jpeg)
ສະຫຼຸບສຸດທ້າຍເວົ້າໄດ້ວ່າ ຄຸ້ມກວ່ານີ້ບໍ່ໜ້າຈະມີແລ້ວ, ຈົນສຸດທ້າຍ Wacom ຈົນໄດ້ອອກ Cintiq ຮຸ່ນປະຢັດອອກມາຢາກຍາດຕະຫຼາດຄືນ ແຕ່ກໍຍັງຖືວ່າແພງກວ່າ Huion ຢູ່. ຜູ່ຂຽນແນະນຳວ່າ ຫາກໃຜເປັນສິນລະປິນສາຍແຕ້ມງານອະດິເຣກ, ແຕ້ມ web comic ແລະ ແຕ້ມເຮັດວຽກທົ່ວໄປ ຊື່ໆ ຖືວ່າຮຸ່ນນີ້ຕອບໂຈດໄດ້ໝົດແລ້ວ ຍົກເວັ້ນຫາກໃຜເຮັດວຽກທີ່ຕ້ອງການຄວາມ Pro ລະດັບເທບອີ່ຫຼີຈຶ່ງສົມຄວນພິຈາລະນາໃຊ້ Wacom Cintuq. ☺