ຫລາຍຄັ້ງຫລາຍຄາທີ່ເຮົາອາດຈະຮູ້ສຶກ ສິ້ນຫວັງ, ເບື່ອໜ່າຍ, ບໍ່ພໍໃຈ, ຫົດຫູ່, ຫລື ຄຽດຈົນພໍທີ່ຢາກຈະໄຫ້ອອກມາ...
.
...ເຮົາກໍໄດ້ແຕ່ພະວົງຢູ່ໃນຄວາມຮູ້ສຶກນັ້ນໆ ຈົນປ່ອຍໃຫ້ຊີວິດຂອງຕົນເອງຈົມລົງເທື່ອລະນິດລະຫນ້ອຍ ແລະ ອາດເຖິງຂັ້ນທີ່ວ່າເກີດຄວາມສິ້ນຫວັງທີ່ຈະມີຊີວິດຢູ່ຕໍ່ໄປ...
.
...ສິ່ງເລົ່ານີ້ລ້ວນອະທິບາຍຫາສາເຫດໄດ້ຫລາກຫລາຍແບບ ທັງແບບທາງການແພດ, ທາງຈິດຕະວິທະຍາ ຫລື ທາງທຳມະຊາດ...
.
...ແຕ່ເຖິງຈະດ້ວຍເຫດຜົນໃດກໍຕາມ ມັນກໍບໍ່ແມ່ນສິ່ງທີ່ຄວນຈະເກັບເອົາໄວ້ ແລະ ປ່ອຍລະເລິຍໄວ້ດົນຈົນເປັນອຸປະສັກໃນການມີຊິວິດຂອງເຮົາ...
.
...ອຸປະສັກໂຕນີ້ ແມ່ນເລື່ອງ "ປົກກະຕິ" ທີ່ທຸກຄົນຕ້ອງໄດ້ພົບເຈິ, ບໍ່ວ່າຈະໃນຊ່ວງໃດຊ່ວງຫນຶ່ງຂອງຊີວິດ, ຢ່າງຫນ້ອຍເຈົ້າກໍຈະໄດ້ຮັບຮູ້ລົດຊາດຂອງມັນ...
.
...ສິ່ງສຳຄັນຄືເຮົາຮູ້ດີກັບໂຕເອງສ່ຳໃດວ່າ ຄວາມຮູ້ສຶກນີ້ມັນກໍ່ເກີດມາຈາກຫຍັງ ແລະ ເຮົາຈະເຮັດຈັງໃດກັບມັນດີ...
.
...ແນ່ນອນວ່າຫລາຍໆຄົນທີ່ເຈິກັບອາການນີ້ກໍຕ້ອງມີ ຄົນທີ່ຮັກ ຫລື ສະນິດສະໜົມທີ່ສາມາດປຶກສາ ແລະ ລະບາຍນຳໄດ້, ຫລື ບໍ່ກໍອາດຈະໄປພົບກັບແພດຫມໍເພື່ອໃຫ້ເພິ່ນຮັກສາ ແລະ ເບິ່ງອາການໃຫ້ເຮົາ ເພາະທ້າຍທີ່ສຸດ ອາການນີ້ກໍເປັນແຄ່ສານເຄມີທີ່ເກີດຂຶ້ນໃນສະໝອງເຮົາເອງ...
.
...ສະນັ້ນ ຝາກເຖິງໃຜທີ່ກຳລັງເຈິກັບປັນຫານີ້ກໍຮີບຫາທາງຫຼຸດພົ້ນຈາກມັນ, ລະບາຍ-ປຶກສາ-ຮັກສາ-ປ່ຽນແປງ, ຈະດ້ວຍວິທີໃດ ຖ້າມັນໄດ້ຜົນກໍລ້ວນດີຫມົດ...
.
...ເຖິງຄາວນັ້ນ ຂໍໃຫ້ທຸກຄົນຈົ່ງຢ່າລືມມອບຄວາມຮັກ ແລະ ຮັບຟັງສຽງໃນໃຈຂອງໂຕເອງ, ກ້າວຂ້າມຜ່ານອຸປະສັກ ແລະ ປັນຫາທີ່ພົບເຈິ...
.
...ຊີວິດນີ້, ແມ່ນສິ່ງທີ່ເຈົ້າກຳນົດ ແລະ ສ້າງເສັ້ນທາງດ້ວຍໂຕເອງ, ສອງຕາແນມໄປ ສະແດງທາງຂ້າງໜ້າ, ສອງຕີນຊີ້ໄປ ບອກທາງທີ່ຕ້ອງກ້າວເດີນ, ສອງມືປະຄອງ ຊຸກຍູ້ຢາມເມື່ອລົ້ມ...
.
...ປ່ອຍວ່າງອະດີດໃຫ້ສອນ ແລະ ເປີດສຳພັດສູ່ໂລກຄວາມຈິງ, ເພາະເມື່ອໃດທີ່ຕາເວັນຂຶ້ນອີກຄັ້ງ, ສິ່ງດີໆລ້ວນເກີດຂຶ້ນ, ພ້ອມກັບແສງແດດອຸ່ນ ປະໂຄມໃຈໃຫ້ສະຫງົບຕໍ່ໄປ...
ດ້ວຍຄວາມຈິງໃຈ,
ຈາກ .ເດັກນ້ອຍຜູ້ເຟັ້ນຫາ.