ຖາມການສ້າງ Brand ໃຫ້ຖາມບໍລິສັດ Production ດີໆ
Production ດ້ານການຜະລິດວັດຖຸຫຸ້ມຫໍ່ (ພາບຫລັກ, ຫນ້າຕາສິນຄ້າ)
Production ດ້ານການປະຊາສຳພັນ (ສື່ໂຄສະນາ, ເວບໄຊ...)
Production ດ້ານການຕະຫລາດ (idea ການສ້າງຄາເລັກເຕີ້, ເປົ້າຫມາຍ, ກົນລະຢຸດ)
Production ດ້ານວັດຖຸດິບທີ່ນຳມາຜະລິດ (ລົດຊາດ, ຄຸນນະພາບວັດຖຸ)
ໃຫ້ເບິ່ງມາດຕະຖານ Production ນັ້ນໆ ວ່າຄຸນນະພາບການຜະລິດທຽບເທົ່າ ຫລື ໃກ້ຄຽງສາກົນຫລືບໍ່
ມີຄວາມຄິດສ້າງສັນທີ່ໂດດເດັ່ນຫລືບໍ່
ສິ່ງສຳຄັນ ມີຄວາມເຂົ້າໃຈການຕະຫລາດຫນ່ອຍຫລາຍພຽງໃດ
ສິ່ງໃດທີ່ຕາຄົນເຫັນ ຫູໄດ້ຍິນ ສະຫມອງໄດ້ຄິດ ຄືພາບຫລັກ ແລະ ຕົວຕົນຂອງ Brand
ທັ້ງຕາ, ຫູ ແລະ ສະຫມອງ ເປັນຊ່ອງທາງທີ່ເຮັດໃຫ້ເຂົ້າໄປນັ່ງໃນຫົວໃຈຂອງຄົນ
ຖ້າ ຫູ-ຕາ-ສະຫມອງ ຄົນວ່າດີ ຈະສົ່ງຜົນໃຫ້ຫົວໃຈດີຕາມແບບອັດຕະໂນມັດ
ຕາ= ເຫັນແລ້ວດີຕໍ່ໃຈ
ຫູ= ໄດ້ຍິນເຂົາບອກຕໍ່ວ່າດີ
ສະຫມອງ= ຄິດວ່າສິນຄ້ານີ້ຫນ້າສົນໃຈກວ່າ
ນີ້ຄືຫລັກທຳມະຊາດຂອງຄົນໂດຍທົ່ວໄປ
ສ່ວນຄຸນນະພາບສິນຄ້າ (ການສຳພັດ) ໃຫ້ໄປຖາມຜູ່ບໍລິໂພກ
ຄຸນຄ່າກໍຕາມມາ ຈາກຄຸນນະພາບທີ່ຄົນໄດ້ຍິນ ໄດ້ເຫັນ ໄດ້ຄິດ ແລະ ສຳພັດ
ສ່ວນພາບລວມກົນລະຍຸດການຂາຍ, ການກຳນົດລາຄາ ກໍເປັນອີກເລື່ອງຫນຶ່ງ
ແຍກເປັນຄົນລະປະເດັ່ນ ແຕ່ສຸດທ້າຍທຸກຢ່າງຈະເຊື່ອມຕໍ່ເຂົ້າຫາກັນ ຈາກສະພາບການຕົວຈິງ ແລະ ວິໄສທັດຂອງເຈົ້າຂອງ Brand
ສຳຄັນຄືຕ້ອງຮູ້ຈັກ ແລະ ເຂົ້າໃຈເກມການສ້າງ Brand ເພື່ອເພີ່ມຄຸນຄ່າໃຫ້ຫລາຍໆ
ສຸດທ້າຍແລ້ວ ສັງຄົມກຸ່ມໃຫຍ່ ແລະ ຍອດຂາຍ ຄືກຳມະການຕັດສິນ
ຖ້າຮູ້ວ່າໄປບໍ່ລອດ ຂາຍບໍ່ດີ ຄົນບໍ່ຍອມຮັບ ອຳນາດຕະຫລາດລັ່ງໄຫລໄປຄ່ານິຍົມໄທຫມົດ
ສິ່ງທີ່ກ່າວມາທັ້ງຫມົດ ສິນຄ່າຝັງໄທ ເຂົາກໍໃຊ້ສູດນີ້
ຫູ+ຕາ+ສະຫມອງ= ຫົວໃຈ
ຕ້ອງທຳຄວາມເຂົ້າໃຈທຸກໆຢ່າງໃຫ້ດີໆ ແລ້ວເລີ່ມໃຫມ່ ສິນຄ້າຝັງເຮົາກໍຈະເປັນທີ່ນິຍົມຕາມມາເອງ
"ການປ່ຽນຄ່ານິຍົມ ຕ້ອງສູ້ດ້ວຍຄ່ານິຍົມທີ່ຫນ້າສົນໃຈກວ່າເທົ່ານັ້ນ"
ເຊື່ອວ່າເຮົາໄດ້ປຽບຢູ່ແລ້ວ ເພາະນີ້ແມ່ນສິ່ງແວດລ້ອມຂອງເຮົາ
ໃຜຈະເຂົ້າໃຈໄດ້ດີກວ່າເຮົາເອງ
ພຽງຍົກສູງຄຸນນະພາບທຸກໆຢ່າງໃຫ້ເປັນ ໃຫ້ໄດ້