ຈາກທີ່ມີພາບຖ່າຍງານດອງງານຫນຶ່ງ ທີ່ຕັນເສັ້ນທາງເລນຫນຶ່ງໃນມື້ວັນເສົາ ພ້ອມສິ່ງອໍານວຍຄວາມສະດວກ ປ້າຍກັ້ນທາງ ແລະ ຕໍາຫລວດຈາລະຈອນທີ່ພ້ອມແກ້ໄຂຫາກເກີດບັນຫາຂຶ້ນ ..
ຫລາຍໆຄົນຕ່າງກໍໄດ້ສະແດງຄວາມຄິດເຫັນສ່ວນຕົວຂອງໃຜມັນ ແລະ ຍັງບໍ່ມີໃຜທີ່ຈະສາມາດຕັດສິນ ພ້ອມທັງຊີ້ແຈງບັນຫາດັ່ງກ່າວຈົນເກີດເປັນປະເດັນໃຫ້ຖຽງກັນບໍ່ຈົບບໍ່ສິ້ນ ແຮງໄປກວ່ານັ້ນແມ່ນປ້ອຍດ່າກັນ ແລະ ໃຊ້ຄໍາເວົ້າບໍ່ສຸພາບ.
ເປົ້າຫມາຍຂອງການສ້າງກະທູ້ນີ້ຂຶ້ນມາບໍ່ມີຈຸດປະສົງເພື່ອປັ່ນກະແສ ແລະ ໂຈມຕີຝ່າຍໃດຝ່າຍຫນຶ່ງທີ່ມີຄວາມຄິດເຫັັນແຕກຕ່່າງ ແຕ່ເພື່ອຢາກປັບຄວາມເຂົ້າໃຈລະຫວ່າງທັງສອງຝ່າຍນີ້ໃຫ້ໄດ້ແລກປ່ຽນຄວາມເຫັນກັນໃນລັກສະນະທີ່ສ້າງສັນ ພ້ອມກັບອີງຕາມເຫດແລະຜົນທີ່ສົມຄວນ.
ຈຶ່ງຢາກຂໍຮ້ອງໃຫ້ມີການສະແດງຄວາມເຫັນທີ່ປາສະຈາກຖ້ອຍຄໍາທີ່ດູຫມິ່ນ ຜູ້ອື່ນ ແລະ ບໍ່ສ້າງປະໂຫຍດໃດໆ
ກ່ອນອື່ນຕ້ອງທໍາຄວາມເຂົ້າໃຈກ່ອນວ່າ ບັນຫາດັ່ງກ່າວນີ້ > ບໍ່ແມ່ນເລື່ອງ ໃຫມ່່ > ພົບເຫັນໄດ້ທົ່ວໄປໂດຍສະເພາະໃນເຂດຕົວເມືອງ ຈົນກາຍເປັນເລື່ອງປົກກະຕິຂອງ ຄົນລາວຄົນມີນໍ້າໃຈໃຜໆກໍເຮັດກັນ ແຕ່ບໍ່ມີໃຜສາມາດຢືນຢັນໄດ້ວ່າຖືກຫລືຜິດ 100ເປີເຊັນ.
ຈົນໄດ້ເຫັນເພຈດັງຫນຶ່ງຈັດ ແບບສໍາຫລວດຂຶ້ນວ່າ ເຫັນດີ ຫລື ບໍ່ເຫັນດີກັບເຫດການດັ່ງກ່າວ
ຜົນອອກມາວ່າໃນປະມານ 8300+ຜູ້ໂຫວດມີ 57ເປີເຊັນ ເຫັນດີ ແລະ 43ເປີເຊັນ ບໍ່ເຫັນດີ
ຈຶ່ງມີຄວາມສົງໄສວ່າ ໃນເມື່ອເຮົາຢູ່ໃນລະບອບປະຊາທິປະໄຕ ເຮົາຄວນຖືເອົາສຽງສ່ວນຫລາຍເປັນທີ່ຕັ້ງຫລືບໍ່ ?