ມື້ນີ້ 21/07/2019 ທາງທະນາຄານການຄ້າໄດ້ໂພສຮູບອັດຕາແລກປ່ຽນເງິນບາດ ທີ່ຄົນລາວເຮົານິຍົມແລກປ່ຽນເພື່ອການຄ້ານັ້ນໄດ້ພຸ້ງສູງຮອດ 1ບາດ ຕໍ່ 286ກີບ
ບົດຄວາມນີ້ຈຶ່ງຢາກມາຊີ້ແຈງສາເຫດທີ່ມີຜົນຕໍ່ອັດຕາແລກປ່ຽນຂອງເງິນຢ່າງມີມູນຄວາມຈິງດັ່ງນີ້:
1. ອັດຕາດອກເບ້ຍ

- ປັດໄຈທຳອິດເລີຍນິແມ່ນ ອັດຕາດອກເບ້ຍ ສະກຸນເງິນທີ່ມີອັດຕາດອກເບ້ຍສູງມັກຈະມີແນວໂນ້ມທີ່ຄ່າເງິນຈະແຂງກວ່າ, ຂໍອະທິບາຍງ່າຍໆໃຫ້ເຂົ້າໃຈຄື ຄ່າເງິນແຂງ ຄືຄ່າເງິນທີ່ແພງ ມີລາຄາ , ຄ່າເງິນອ່ອນຄື ຄ່າເງິນຖືກ ຍົກຕົວຢ່າງເຊັ່ນ: ແມ່ຄ້າຂາຍໄກ່ 2ໂຕ ໃຫ້ເຮົາເລືອກລະຫວ່າງ ໂຕທີ່1 ອອກໄຂ່ໃຫ້ມື້ລະ 1ໜ່ວຍ, ໂຕທີ່2 ອອກໄຂ່ໃຫ້ມື້ລະ 2ໜ່ວຍ ແລ້ວທ່ານຄິດວ່າໄກ່ໂຕໃດຈະລາຄາແພງກ່ອນກັນ? ແນ່ນອນມັນຕ້ອງແມ່ນໄກ່ໂຕທີ່2
ປຽບທຽບຄ່າເງິນເປັນໄກ່ ສ່ວນດອກເບ້ຍເປັນໄຂ່ ແມ່ນຫຍັງທີ່ໃຫ້ຜົນຕອບແທນດີກ່ອນຄົນກະຢາກໄດ້ໂຕນັ້ນ ພໍຄົນຢາກໄດ້ຫຼາຍຂຶ້ນ ຍາດແຍ່ງກັນ ເຮັດໃຫ້ລາຄາຂຶ້ນ ເຮັດໃຫ້ຄ່າເງິນນັ້ນແຂງຄ່າຂຶ້ນມານັ້ນເອງ
2. ອັດຕາການເຕີບໃຫຍ່ຂອງເສດຖະກິດ

- ປັດໄຈທີ່ສອງ ອັດຕາເຕີບໃຫຍ່ຂອງເສດຖະກິດ ອັນນີ້ຈະເປັນຜົນທາງອ້ອມໃຫ້ ທະນາຄານກາງຂອງປະເທດ ທີ່ມີການຂະຫຍາຍຕົວຂອງເສດຖະກິດ, ເມື່ອເຮົາມີເສດຖະກິດທີ່ດີ ກໍຈະມີແນວໂນ້ມໃນການປັບອັດຕາດອກເບ້ຍເພີ່ມຂຶ້ນ ເພື່ອສະກັດບໍ່ໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນໄວຂຶ້ນເກີນໄປ
3. ສະຖານະການ ການເມືອງ

- ປັດໄຈທີ່ສາມ ສະຖານະການ ການເມືອງ, ເວລາເຮົາຈະລົງທຶນຢ່າງໃດຢ່າງໜຶ່ງ ເຮົາບໍ່ໄດ້ເບິ່ງແຕ່ຜົນຕອບແທນມັນແມ່ນບໍ່ ເຮົາຈະຕ້ອງເບິ່ງເຖິງຄວາມສ່ຽງອີກນຳ, ເຖິງວ່າອັດຕາດອກເບ້ຍຈະສູງ ແຕ່ຖ້າມີແວວເງິນຈະຫາຍໃຜມັນຈະກ້າມາລົງທຶນແມ່ນບໍ່? ລອງຄິດເບິ່ງວ່າຖ້າມີປະເທດໜຶ່ງຂາຍພັນທະບັດທີ່ມີອັດຕາດອກເບ້ຍ 10%/ປີ ແຕ່ຕອນນີ້ປະເທດພັດກຳລັງມີສົງຄາມປະຕິວັດ ເຈົ້າຈະກ້າລົງທຶນບໍ່ ດີບໍ່ດີລັດຖະບານໃໝ່ອາດຈະປະກາດຍົກເລີກພັນທະບັດທີ່ລັດຖະບານກ່ອນຂາຍໃຫ້ກໍໄດ້ໃຜຈະໄປຮູ້
4. ກະແສຂອງເງິນລົງທຶນ

- ປັດໄຈທີ່ສີ່ ກະແສຂອງເງິນລົງທຶນ ເຊິ່ງແບ່ງອອກເປັນການຄ້າລະຫວ່າງປະເທດ ກັບເງິນລົງທຶນຈາກຕ່າງປະເທດ ທ່ານອາດຈະເຄີຍໄດ້ຍິນຂ່າວກ່ຽວກັບຫຸ້ນມາແນ່ວ່າ ຕ່າງຊາດລົງທຶນເທົ່າໃດ ນັ້ນແຫຼະທີ່ກ່ຽວຂ້ອງກັບຄ່າເງິນທັງນັ້ນ ຍິ່ງເງິນໄຫຼເຂົ້າປະເທດຫຼາຍເທົ່າໃດ ຄ່າເງິນຍິ່ງແຂງຄ່າຂຶ້ນເທົ່ານັ້ນ
5. ການຄວບລວມກິດຈະການໃຫຍ່ໆຈາກຕ່າງປະເທດ

- ປັດໄຈທີ່ຫ້າ ການຊື້ກິດຈະການລະຫວ່າງປະເທດນີ້ ຈະສົ່ງຜົນຊົ່ວຄາວເປັນໄລຍະສັ້ນ ເປັນຜົນມາຈາກການຊື້ກິດຈະການລະຫວ່າງປະເທດຈະຕ້ອງໃຊ້ເງິນສະກຸນຂອງປະເທດນັ້ນໆ ເຊັ່ນ: ຖ້າຢາກຊື້ບໍລິສັດໃຫຍ່ໆຢູ່ລາວ ກໍຈຳເປັນຕ້ອງໃຊ້ເງິນກີບ ເຮັດໃຫ້ເວລາຊື້ຈະຕ້ອງທຳການຊື້ເງິນຕາຕ່າງປະເທດເປັນຈຳນວນຫຼາຍ ເຊິ່ງຄ່າເງິນກໍຄືຄ່າຂອງທົ່ວໄປ ຍິ່ງຢາກຊື້ຫຼາຍ ລາຄາກໍຈະຍິ່ງຂຶ້ນ ເຮັດໃຫ້ຄ່າເງິນຂຶ້ນເປັນການຊົ່ວຄາວນັ້ນເອງ
ຂໍຂອບໃຈຂໍ້ມູນຈາກ Super Rich